ວົງ​ການທ່ອງທ່ຽວ​ຂອງ​ໄທ​ເຫັນ​ວ່າ ກົດໝາຍວ່າ​ດ້ວຍ​ການທ່ອງທ່ຽວ​ສະບັບ​ໃໝ່ຂອງ​ຈີນ​ຈະ​ຍົກ​ສູງ​ຄຸນ​ນະພາ​ບ​ການ​​ທ່ຽວ​ໄທ

(GMT+08:00) 2013-08-28 15:09:06     cri

ສື່​ມວນ​ຊົນ​ໄທ​ລາຍ​ງານ​​ໃນ​ຫວ່າງ​ມໍ່ໆມາ​ນີ້​ວ່າ, ກົດໝາຍ​ວ່າ​ດ້ວຍ​ການທ່ອງທ່ຽວ​ສະບັບ​ໃໝ່​ຂອງ​ຈີນ​ທີ່​ຈະ​ເລີ່​ມປະກາດ​ໃຊ້ນັ້ນ​ອາດ​ຈະ​ພາ​ໃຫ້​ຄ່າ​ໃຊ້​ຈ່າຍ​ໃນ​ການ​ໄປ​ທ່ຽວ​ໄທ​​ເພີ່ມ​ຂຶ້ນ, ​ເຮັດ​ໃຫ້ຈຳນວນນັກ​ທ່ອງ​ທ່ຽວຈີນຫຼຸດ​ລົງ​ຢ່າງ​ວ່ອງ​ໄວ. ຕໍ່​ເລື່ອງ​ນີ້, ບຸກຄົນ​ວົງ​ການ​ທ່ອງ​ທ່ຽວ​ຂອງ​ໄທ​ກ່າວ​ວ່າ, ​ໃນ​ຂະນະທີ່​ຄ່າ​​ໃຊ້​ຈ່າຍ​ໃນ​ການ​ໄປ​ທ່ຽວ​ໄທ​ສູງ​ຂຶ້ນ​ນັ້ນກໍ່​ຈະ​ເຮັດ​ໃຫ້​ຄຸນ​ນະພາ​ບ​ດ້ານ​ການທ່ອງທ່ຽວ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ນີ້​ມີ​ຜົນ​ດີຕໍ່​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ຈີນ​ແລະ​ໄທພ້ອມ​ກັນ.

ທ່ານ​ອັນ​ເສີນ ​ເງົາຣັງສີ, ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​​ແຫ່ງ​ຊາດ​ໄທ​ທີ່​ຮັບຜິດຊອບ​ວຽກ​ງານຕະຫຼາດ​ອາຊີ​ແລະ​ປາຊີ​ຟິກ​ໃຕ້​ເຫັນ​ວ່າ, ພາຍຫຼັງ​​ໄດ້​ອອກກົດໝາຍ​ວ່າ​ດ້ວຍການທ່ອງທ່ຽວສະບັບ​ໃໝ່​ແລ້ວ, ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນທີ່​ໄປ​ທ່ຽວ​ໄທ​ກໍ່​ຈະ​ຫຼຸດ​ລົງ​ໃນ​ລະດັບ​ໃດ​ໜຶ່ງ, ​ແຕ່ສະພາບ​ການ​ແບບ​ນີ້​ພຽງ​ແຕ່​ເກີດ​ຂຶ້ນ​ໃນ​ໄລຍະ​ໜຶ່ງ​ເທົ່າ​ນັ້ນ, ຈະ​ບໍ່​ແກ່ຍາວ​ເປັນເວລາ​ຍາວ​ນານ. ຜູ້​ປະກອບ​ການ​ໃນ​ຂະ​ແໜງ​ການທ່ອງ​ທ່ຽວ​ຂອງ​ໄທຕ້ອງ​ກຽມພ້ອມ​ໃຫ້​ດີ, ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ເປັນ​ໄປ​ຂອງກົດໝາຍ​ສະບັບ​ນີ້.

ຕາມ​ສະຖິຕິ, ປີ​ 2012, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ໄທ​ໄດ້​ມີ​ເຖິງ 2 ລ້ານ 8 ​ແສນ​ເທື່ອ​ຄົນ. ພຽງ​ແຕ່​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ໄທ​ກໍ່​​ໄດ້​ບັນລຸ​ເຖິງ 2 ລ້ານ 2 ​ແສນ​ເທື່ອ​ຄົນ​ແລ້ວ, ຄາດ​ວ່າ​ໃນ​ໝົດ​ປີ 2013 ຈະ​ຫຼາຍ​ກວ່າ 4 ລ້ານ​ເທື່ອ​ຄົນ. ຈີນ​ຈະ​ສືບ​ຕໍ່​ຮັກສາ​ຖານະ​ທີ່​ເປັນ​ປະ​ເທດ​ແຫຼ່ງນັກທ່ອງທ່ຽວ​ອັນ​ດັບ​ໜຶ່ງຂອງ​ໄທ.