ການສອບເສັງເຂົ້າ ມຊ ປີນີ້, ຈະຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ

(GMT+08:00) 2013-08-29 16:22:39     cri
    ຕາມຂ່າວ CRI: ການສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ສົກປີ 2013-2014 ໄດ້ຈັດຂື້ນເປັນທາງການ ໃນວັນທີ 28-29 ສິງຫານີ້, ປີນີ້. ທົ່ວປະເທດມີຜູ້ສະໝັກເຂົ້າ ສອບເສັງຕົວຈິງ 15 ພັນກວ່າຄົນ.

    ໃນການສອບເສັງຄັ້ງນີ້, ເພື່ອຄັດເລືອກເອົາຕາມໂກຕາຕົວຈິງເກືອບ 7 ພັນຄົນໃນ 15 ພັນກວ່າຄົນ. ໃນປີນີ້, ທຶນຂອງລັດຖະບານ(ທຶນໃນແຜນ) 25 % ແລະ 75 % ເປັນທຶນສອບເສັງ(ເຂົ້ານອກແຜນ). ທ່ານ ຮສ. ດຣ ອຸດົມ ພອນຄໍາເພັງ ຫົວໜ້າຄະນະກຳມະ ການສູນ ມສ ວຽງຈັນກ່າວວ່າ: ເພື່ອຮັບປະກັນການສອບເສັງປີນີ້ ດຳເນີນໄປດ້ວຍຄວາມໂປ່ງໃສ ແລະ ຍຸຕິທຳນັ້ນທາງຄະນະຮັບຜິດ ຊອບພວກເຮົາໄດ້ປັບລະບຽບ, ວິທີການ ແລະ ກົນໄກການສອບເສັງ.

ໂດຍຄັດເລືອກຄູຜູ້ມີປະສົບການດ້ານການສຶກສາ, ຄົ້ນຄວ້າອອກແບບຫົວບົດ, ສ້າງໂປຣແກມເຂົ້າໃນການກວດບົດສອບເສັງ, ແຕ່ງຕັ້ງ ຄະນະກຳມະການສະເພາະກິດເຂົ້າໃນການເຝົ້າຫ້ອງສອບເສັງແລະດຳເນີນການສອບເສັງໄປດ້ວຍຄວາມ ເຂັ້ມງວດຕາມ ລະບຽບຫຼັກການ.    
    ທ່ານກ່າວຕື່ມອີກວ່າ: ສຳລັບການສອບເສັງຢູ່ສູນຂອງພວກເຮົາ,  ທາງຄະນະກຳມະການ ໄດ້ເພີ່ມຄວາມເຂັ້ມງວດຫາກພົບເຫັນ ກໍລະນີຕ່າງໆ ທີ່ຜິດກັບລະບຽບຂອງນັກສອບເສັງ ຫຼື ກຳມະການຍາມຫ້ອງສອບເສັງ,  ທາງຄະນະກຳມະການກໍຈະປະຕິບັດມາດຕະ ການຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດດັ່ງກ່າວ. ສ່ວນຜົນການສອບເສັງຈະປະກາດໃຫ້ຮູ້ໃນເດືອນກັນຍາແລະຈະເລີ່ມລົງຖະບຽນພາຍໃນ ເດືອນຕຸລາ ແລະ ເລີ່ມເຂົ້າຮຽນພາຍໃນເດືອນພະຈິກ 2013 ນີ້.