ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ເນັ້ນ​ໜັກ​ການ​ບໍ​ລິ​ການ​ດ້ານ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ

(GMT+08:00) 2013-08-29 17:04:45     cri

ຫ້ອງການ​ໂຄສົກ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ຕອນ​ບ່າຍ​ວັນ​ທີ 28 ສິງຫາ​ນີ້​ວ່າ, ຄຽງ​ຄູ່​ກັບ​ມື້​ໄຂ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ຫຍັບ​ມໍ່​ເຂົ້າ​ມາ, ວຽກ​ງານ​ການ​ບໍລິການ​ດ້ານ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທຸກ​ດ້ານ​ຂອງ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນ​ນານ​ນິງ​ໄດ້​ເຂົ້າ​ສູ່​ສະພາບ​ປະຕິບັດ​ຕົວ​ຈິງ​ແລ້ວ. ການ​ໃກ້ຊິດ​ຕິດ​ແທດ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​,​ບໍ່​ລົບ​ກວນ​ປະຊາຊົນ, ​ແລະ​ເນັ້ນ​ໜັກ​ການ​ບໍລິການ​ດ້ານ​ການ​ປ້ອງ​ກັນ​ຄວາມປອດ​ໄພ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ຂອງວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​​ໃນ​ຄັ້ງ​ນີ້.

ຕາມ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ນະຄອນ​ນານນິງ​ໃຫ້​ຮູ້​ວ່າ, ວຽກ​ງານ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ປີ​ນີ້​ຈະ​ຮັບປະກັນ​ໃຫ້​​ເຮັດ​ຫຼ້ອນ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ປອ​ດ​ໄພ​ທຸກ​ດ້ານຢ່າງ​ສຳ​ເລັດ​ຜົນ, ພ້ອມ​ດຽວ​ກັນ​ນັ້ນ, ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ບໍ່​ໃຫ້​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ເມືອງ​ນານ​ນິງ,​ເພື່ອ​ໃຫ້​ຊາວ​ເມືອງ​ນານ​ນິງ​ໄດ້​ຮັບ​ຄວາມ​ເບີກບານ​ມ່ວນ​ຊື່ນຮ່ວມ​ກັນຈາກ​ງານ​ວາ​ງສະ​ແດງ​ໃນ​ຄັ້ງ​ນີ້, ຮັບປະກັນ​ໃຫ້​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ທັງຮັກສາ​ໃຫ້ການ​ສັນ​ຈອນ​ຕາມ​ຖະໜົນ​ຫົນທາງຢ່າງ​ປອດ​ໄພ​ສະດວກ​ດີ. ນອກ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດຍັງ​ຈະ​​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານຜ່ານ​ຈາກ​ສື່​ມວນ​ຊົນ, ຂໍ້ຄວາມ​ສັ້ນ​ຫຼືSM, MicroBlog​ແລະWeChat​ເພື່ອ​​ໃຫ້​ຄຳ​ເຕືອນ​ດ້ວຍ​ຄວາມ​ຫວັງ​ດີກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ, ການ​ອອກ​ເດີນທາງ​, ການ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ແລະ​ອື່ນໆ,​ເພື່ອ​ບໍ່​ໃຫ້​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ເຈົ້າ​ໜ້າ​ທີ່ຕຳຫຼວດສ້າງ​ຄວາມ​ບໍ່​ສະດວກ​ໃຫ້​ແກ່​ຊີວິດ​ປະຈຳ​ວັນ​ແລະ​ວຽກ​ການ​ງານ​ຂອງ​ຊາວ​ເມືອງ​ທັງຫຼາຍ.


ພ້ອມ​ດຽວ​ກັນ​ນັ້ນ, ​ເຈົ້າ​ໜ້າ​ທີ່ຕຳຫຼວດນະຄອນ​ນານ​ນິງຍັງ​ໄດ້​ຈັດ​ສົ່ງ​ຕຳຫຼວດຍິງ ຈຳນວນ 150 ຄົນ​ເຂົ້າ​ສູ່​ໜ່ວຍ​ກວດກາ​ຄວາມ​ປອດ​ໄພ​,​ໂດຍ​ຈະ​ຈັດ​ວາງ​ໃຫ້​ມີພະນັກງານ​ຍິງ​ໃນ​ການກວດກາ​ຄວາມ​ປອດ​ໄພ​ໃນ​ການ​ເຂົ້າ​ປະຕູ​ຫໍ​ວາງສະ​ແດງດ້ວຍ​ອັດຕາ 1:3 ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແນ​ວຄິດ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ແບບ​ເປັນກັນ​ເອງ.