ກອງ​ປະ​ຊຸມ​ສະ​ໄໝ​ວິສາມັນ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ

(GMT+08:00) 2013-08-29 19:19:05     cri
ເພື່ອ​ສະ​ເຫຼີ​ມສະຫຼອງ​ຈີນ​​ແລະ​ອາ​ຊຽນສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ປີ, ກອງ​ປະຊຸມ​ສະ​ໄໝ​ວິສາມັນ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-ອາ​ຊຽນ​ໄດ້​​ຈັດ​ຂຶ້ນ​​ໃນ​ວັນ​ທີ 29 ສິງຫາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໂດຍ​ຢູ່​ພາຍ​ໃນ​ຫົວ​ຂໍ້​ວ່າ, ຍຶດໝັ້ນ​ມິດ​ຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ສຸມ​ໃສ່​ການ​ພັດທະນາ​ແລະ​ການ​ຮ່ວມ​ມື. ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຈີນ​ແລະ10​ປະ​ເທດ​ອາ​ຊຽນ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ສ້າງ​ແຜນພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ໃນ​ອະ​ນາ​ຄົດ​ແລະ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກ​ກະສັນ​ກັນຫຼາຍ​ຢ່າງ.

ທ່ານຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ພັດທະນາ​ກາ​ນພົວພັນ​ໃນ​ອະນາຄົດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຄວນ​ສຸມ​ໃສ່​ການ​ຊຸກ​ຍູ້ການ​​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ຕື່ມ​ອີກ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ທ່າ​ອ່ຽງຂະຫຍາຍຕົວ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ແຫ່ງ​ນີ້. ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ຫຼວງ​ຫຼາຍ​ຈາກ​ພາຍ​ນອກ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະປະ​ເທດ​ອາ​ຊຽນຕ່າງໆ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ວ່າ​ຈະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງ​ແລະ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ.

ທີ່​ປະຊຸມ​ຍັງ​ປະກາດ​ວ່າ, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄັ້ງ​ທີ 6 ​ແລະ​ກອງ​ປະຊຸມ​ໜ່ວຍ​ງານ​ປະສົມ​ຄັ້ງ​ທີ 9 ກ່ຽວ​ກັບ​ການຜັນ​ຂະຫຍາຍ​ຖະ​ແຫຼງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃ​ຕ້ ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ຊູ​ໂຈ່​ວຂອງ​ຈີນ​ແຕ່​ວັນ​ທີ 14ຫາ ວັນ​ທີ 15ກັນຍາ​ໜ້າ​ນີ້. ຊຶ່ງ​ກອງ​ປະຊຸມດັ່ງກ່າວ​ນີ້​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ຢ່າງຮອບດ້ານ​ແລະ​ມີ​ປະສິດທິ​ຜົນ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ທະ​ເລ, ​ແລະ​ຍັງ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຫຼັກການ​ປະພຶດ​ຢູ່​ທະ​ເລ​ຈີນ​ໃຕ້ ພາຍ​ໃຕ້​ຂອບ​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ດັ່ງກ່າວ​ນີ້.