ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດຈີນ-ອາຊຽນສະໄໝ​ວິສາມັນ​​ແມ່ນ​ໂອກາດ​ທີ່​ສຳຄັນຂອງ​ສອງ​ຝ່າຍໃນ​ການວາງ​ແຜນ​ການ​ຮ່ວມ​ມື​ໃນ​ອະນາຄົດ​

(GMT+08:00) 2013-08-29 15:09:18     cri
ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດຈີນ-ອາຊຽນສະໄໝ​ວິສາມັນ​ໄດ້​ຕົກລົງ​​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 29 ສິງຫາ​ນີ້. ປີ​ນີ້​ແມ່ນ​ປີ​​ສ້າງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ອາ​ຊຽນຄົບຮອບ 10 ປີ, ຜູ້ຊ່ຽວຊານ​ເຫັນ​ວ່າ, ການຈັດກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫ້າວຫັນ​ແລະ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ຈີນ​ຢ່າງ​ເຕັມ​ສ່ວນໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ກໍ່​ແມ່ນ​ໂອກາດ​ທີ່​ສຳຄັນ​​ໃນ​ການວາງ​ແຜນ​ການ​ຮ່ວມ​ມື​ໃນ​ອະນາຄົດ ລະຫວ່າງ​ສອງຝ່າຍ.

ທ່ານ​ຢວນຈົ່ງ​ເຈີ, ຮອງ​ຫົວໜ້າ​ສະຖາບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ​ກ່າວ​ວ່າ, "ຄວາມ​ໝາຍ​ຂອງກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-ອາຊຽນສະໄໝວິສາມັນໃນຄັ້ງ​ນີ້​ແມ່ນ​ຈີນໃນຖານະ​ເປັນ​​ເຈົ້າພາບເຊື້ອ​ເຊີນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທ​ດອາ​ຊຽນມາຮ່ວມປະຊຸມ, ​ໄດ້​ສະ​ແດງຄວາມ​ຫ້າວຫັນ​ແລະ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ແລະສະ​ແດງ​​ໃຫ້​ເຫັນເຖິງ​ຈີນ​ຍິນ​ດີ​​ປຶກສາ​ຫາລື​ກັບ​ບັນ​ດາ​ປະ​ເທ​ດອາ​ຊຽນກ່ຽວ​ກັບ​ການ​ຮ່ວມ​ມືສອງຝ່າຍ​ແລະ​ບັນຫາ​ທີ່​ກ່ຽວຂ້ອງ​ອື່ນໆ.​"

ທ່ານ​ຢວນຈົ່ງ​ເຈີ​ກ່າວຕື່ມວ່າ, "​ໃນ​ຂະນະ​ທີ່​ຈີນ​ຂະຫຍາຍ​ການ​ພົວພັນ​ກັບ​ອາ​ຊຽນ, ຈີນ​ກໍ່​ມີ​ຄວາມ​ປາຖະໜາ​ມາ​ໂດຍ​ຕະຫຼອດ​ທີ່​ຫວັງ​ໃຫ້ການ​ພັດທະນາຂອງ​ຕົນ​ສາມາດ​ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດ​ແກ່​ປະ​ເທດ​ອ້ອມ​ຂ້າງ. ບິ​ແບ່ງໝາກຜົນ​ດ້ານ​ການ​ພັດທະນາ​ຮ່ວມ​, ​ໄດ້​ສະ​ແດງ​ທ່າ​ທີ​ດ້ວຍຄວາມຈິງ​ໃຈ​ທີ່​ສຸດ​ຂອງ​ຈີນ. ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ, ກໍ່​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ອື່ນໆ​ກັບ​ອາ​ຊຽນ ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທ​ດອາ​ຊຽນ."

ທ່ານ​ສີ​ຈ້ຽນ​ໂກ໋, ຫົວໜ້າ​ສູນ​ຄົ້ນຄວ້າ​ອາຊີ​ປາຊີ​ຟິກຂອງ​ກອງ​ທຶນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ, ​ອະດີດເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ຫວຽດນາມກ່າວ​ວ່າ, "ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​​ເທດຈີນ-ອາ​ຊຽນສະ​ໄໝວິສາມັນ​ຄັ້ງ​ນີ້​ມີ​ຫວັງຈະ​ສາມາດ​ຍົກ​ລະດັບເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ​ແລະວາງ​ແຜນ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ແລະ​ລະອຽດ​ກວ່າ​ເກົ່າ."

ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ທ່ານ​ສີ​ຈ້ຽນ​ໂກ໋ກ່າວ​ວ່າ, "​ເຖິງ​ວ່າ​ບາງ​ປະ​ເທດ​ອາດ​ຈະ​ກ່າວ​ເຖິງ​ບັນຫາ​ທະ​ເລ​ຈີນ​ໃຕ້​, ​ແຕ່​ນີ້​ຈະ​ບໍ່​ແມ່ນ​ຈຸດ​ໜັກ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ໄໝວິສາມັນ​ຄັ້ງ​ນີ້." ທ່ານ​ຢວນຈົ່ງ​ເຈີ້​ກ່າວ​ວ່າ: "ອາ​ຊຽນນັບ​ມື້​ນັບ​ໄດ້ຮັບ​ຮູ້​ວ່າ, ບັນຫາ​ທະ​ເລ​ຈີນ​ໃຕ້​ພຽງ​ແຕ່​ແມ່ນ​ບັນຫາ​ລະຫວ່າງ​ຈີນກັບບາງ​ປະ​ເທດ​​​ໃນ​ອາ​ຊຽນເທົ່າ​ນັ້ນ, ບໍ່​ຄວນ​ໃຫ້​ມີ​ຜົນ​ກະທົບ​ຕໍ່ພາກສ່ວນ​ໃຫຍ່​ຂອງການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ຈີນ. ການ​ພັດທະນາ​ຂອງ​ຈີນ​ແລະ​ອາ​ຊຽນພວມ​ກາຍ​ເປັນ​ເປັນ​ໂອກາດ​​ເຊິ່ງກັນ​ແລະ​ກັນ, ມີທ່າ​ອ່ຽງການ​ຮ່ວມ​ມືທີ່​ດີ, ສອງ​ຝ່າຍ​ຄວນ​ຖືພາກສ່ວນ​ໃຫຍ່​ເປັນ​ຫຼັກ, ກຳຈັດສິ່ງ​ລົບ​ກວນ​ຕ່າງໆ, ດຳ​ເນີນ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ." ທ່ານ​ສີ​ຈ້ຽນ​ໂກ໋ກ່າວ​ຕື່ມ​ວ່າ, ປະ​ເທດທີ່​ກ່ຽວຂ້ອງ​ຄວນ​ແກ້​ໄຂ​ບັນຫາ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ອະທິປະ​ໄຕ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ສອງ​ຝ່າຍ​ຫາກ​ບໍ່​ແມ່ນ​ຜ່ານ​ເວທີ​ອາ​ຊຽນ.