ທ່ານ​ຫຼີ​ເຄີ້ສຽງ​ຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ

(GMT+08:00) 2013-08-29 15:10:02     cri
ວັນ​ທີ 28 ສິງຫາ​ນີ້, ທ່ານ​ຊິນກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີຂອງຈີນແຕ່ວັນທີ 3 ຫາວັນທີ 6 ກັນຍາໜ້ານີ້. ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນແລະຜູ້ນຳຂອງບັນດາ​ປະ​ເທດ​ອາ​ຊຽນທີ່​ກ່ຽວຂ້ອງຈະ​ເຂົ້າ​ຮ່ວມ​​ພິທີ​ໄຂ​ງານ​ແລະ​ກິດຈະກຳ​ທີ່​ສຳຄັນ​ອື່ນໆອີກ.