ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວວ່າ: ບັນຫາ​ໄຕ້​ຫວັນ​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ຈີນ, ຈີນ​ເດັດດ່ຽວ​ຄັດຄ້ານ​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ​

(GMT+08:00) 2013-08-30 18:23:30     cri
​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ສິງຫາ​ນີ້, ​ພັນ​ເອກຢາງ​ຢູຈຸ່ນ, ຮອງ​ຫົວໜ້າ​ກົມ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ທັງ​ເປັນ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ກ່າວ​ຢ້ຳອີກ​​ເທື່ອ​ໜຶ່ງ​ກ່ຽວ​ກັບ​ຫຼັກ​ໝັ້ນ​ຂອງ​ຈີນ​ທີ່​​ເດັດດ່ຽວຄັດຄ້ານ​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ​. ທ່ານ​ຢາງຢູຈຸ່ນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ​ແມ່ນ​ສິ່ງ​ກີດຂວາງສຳຄັນ​ທີ່​ມີ​ຜົນ​ກະທົບ​ທາງ​ລົບ​ຕໍ່​ການ​ພົວພັນ​ລະຫວ່າງ​ກອງທັບ​ຈີນ​ກັບ​ອາ​ເມ​ລິ​ກາ​ຂະຫຍາຍ​ລົງ​ສູ່​ລວງ​ເລິກ. ພວກ​ຂ້າພະ​ເຈົ້າ​​ເດັດດ່ຽວຄັດຄ້ານ​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​​ໄຕ້​ຫວັນ​, ທັງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​​ໃຫຍ່​ຫຼວງຕໍ່​ບັນຫາ​ດັ່ງກ່າວ​ຕໍ່​ອາ​ເມ​ລິ​ກາ.

ທ່ານ​ຢາງ​ຢູຈຸ່ນ​ກ່າວ​ວ່າ, ບັນຫາ​ໄຕ້​ຫວັນ​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕ​ແລະ​ຜືນ​ແມ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ, ກ່ຽວ​ກັນ​ເຖິງ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ຈີນ. ຫວັງ​ວ່າ​ອາ​ເມ​ລິ​ກາ​ປະຕິບັດ​ຕາມ​ຫຼັກການ​ຂອງ​ປະກາດ​ແຈ້ງ​ການ​ຮ່ວມ​ສາມ​ສະບັບ​ໂດຍ​ສະ​​ເພາະ​ແມ່ນ​ປະກາດ​ແຈ້ງ​ການ​ຮ່ວມ​ສະບັບ "ວັນ​ທີ 17 ສິງຫາ", ວ່າ​ດ້ວຍ​ການ​ຍຸຕິ​ການ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ.