ທ່ານ​ທູດ​ຈີນ​ປະຈຳ​ສປປລາວ​ຫວັງ​ໃຫ້ບໍລິສັດຈີນ​ທີ່​ຢູ່​ປະ​ເທດ​ລາວ​ເພີ່ມ​ສະຕິ​ໃນ​ການ​ສ້າງ​ຊື່​ສຽງຂອງ​ຕົນ

(GMT+08:00) 2013-08-30 16:07:39     cri
ວັນ​ທີ 29 ສິງຫາ​ນີ້, ທ່ານ​ກວ່າ​ນຮວາ​ປີ່​ງ ​ເອກ​ອັກຄະ​ລັດ​ຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປຈີນ​ປະຈຳ​ສປປລາວ​ໄດ້​ກ່າວ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ວ່າ: ບໍ​ລິ​ສັດ​ຈີນ​ທີ່​ຢູ່​ປະ​ເທດ​ລາວ​ໃນ​ຂະນະ​ທີ່​​ໄດ້ເອົາ​ໃຈ​ໃສ່​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ນັ້ນ,ກໍຄວນ​ເອົາ​ໃຈ​ໃສ່​ປະສິດທິ​ຜົນ​ດ້ານ​ສັງຄົນ, ​ແ​ລະ​ສ້າງ​ຊື່​ສຽງ​ຂອງ​ຕົນ​ນຳ​ອີກ.

ທ່ານ​ທູດກວ່າ​ນຮວາ​ປິ່ງກ່າວ​ວ່າ: ບໍລິສັດຈີນ​ທີ່​ຢູ່​ປະ​ເທດ​ລາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນ​ທາດທີ່​ດີ​ເດັ່ນຂອງ​ບໍລິສັດ​ຈີນ, ​ໄດ້​ສ້າງ​ຊື່​ສຽງ​ທີ່​ດີ​ໃຫ້​ແກ່​ປະ​ເທດ​ຊາດ, ​ແລະ​ໄດ້​ຊຸກ​ຍູ້​ການຂະຫຍາຍຕົວ​ຂອງ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ລາວ,​ ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ມີ​ມູນ​ເ​ຊື້​ອລະຫວ່າງ​ຈີນ​ລາວ​ໃຫ້​ມີ​ການ​ພັດທະນາ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ.

ທ່ານ​ທູດ​ກວ່າ​ນຮວາ​ປິ່ງ​ກ່າວ​ວ່າ, ບໍລິສັດ​ຈີນທີ່ຢູ່​ປະ​ເທດ​ລາວ​ໃນຂະ​ນະ​ທີ່​​ໄດ້​ຮັບ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ນັ້ນ, ກໍຄວນ​ເອົາ​ໃຈ​ໃສ່​ນຳ​ປະສິດທິ​ຜົນ​ດ້ານ​ສັງຄົມນຳ​ອີກ, ກະທຳ​ໃນ​ສິ່ງທີ່​ມີ​ຜົນ​ດີ​ຕໍ່ສັງຄົມ​ລາວ​ແລະ​ປະຊາຊົນ​ລາວ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ​ເຮັດ​ໃຫ້​ປະຊາຊົນ​ລາວ​ຮູ້ຈັກ​ຈີນ​ແລະ​ບໍລິສັດ​ຈີນ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ, ​ເຮັດ​ໃຫ້​ບໍລິສັດ​ຈີນ​ໃຫ້​ມີ​ຊື່​ສຽງ​ສູງ​ຂຶ້ນກວ່າ​ເກົ່າ.