ທ່ານ​ຫວາງ​ອີ້​ກ່າວ​ວ່າ ບໍ່​ຄວນ​ທຳລາຍ​ຜົນ​ປະ​ໂຫຍ​ດຮ່ວມ​ລະຫວ່າງ​ຈີນ-ອາ​ຊຽນເພື່ອຜົນ​ປະ​ໂຫຍ​ດຂອງ​ປະ​ເທດຕົນ

(GMT+08:00) 2013-08-30 15:19:48     cri
​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ກອງປະຊຸມ​ລັດຖະມົນ​ຕີ​ຕ່າງປະ​ເທດ​​ຈີນ-ອາ​ຊຽນສະໄໝວິສາມັນທີ່​ຈັດ​ຂຶ້ນ​ໃນວັນ​ທີ 29 ສິງຫາ​ນີ້, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວວ່າ, ຈີນ-ອາ​ຊຽນມີ​ຄວາມ​ສາມາດ​ຢ່າງ​ເຕັມ​ສ່ວນ​ໃນ​ການ​ສືບ​ຕໍ່​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້. ຈີນ​ບໍ່​ເຫັນ​ດີນຳ​ການ​ກະທຳທີ່ຖືຄວາມເຫັນຂອງປະເທດໃດໜຶ່ງມາເປັນຕົວແທນຫຼັກໝັ້ນ​ລວມຂອງ​ອາ​ຊຽນ. ບໍ່​ຄວນທຳລາຍ​ຜົນ​ປະ​ໂຫຍ​ດຮ່ວມ​ລະຫວ່າງ​ຈີນ-ອາ​ຊຽນເພື່ອຫາຜົນປະໂຫຍດໃຫ້ປະເທດຕົນ. ຈີນ​-ອາ​ຊຽນມີ​ຄວາມ​ສາມາດ​ຢ່າງ​ເຕັມ​ສ່ວນ​ໃນ​ການ​ສືບຕໍ່​ປົກ​ປັກ​ຮັກສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້.