ທ່ານ​ຫວາງ​ອີ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ສະຖານະ​ການ​ຊີຣີ

(GMT+08:00) 2013-08-30 15:20:36     cri
ຕາມ​ຂ່າວCRI: ວັນ​ທີ 29 ສິງຫາ​ນີ້, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​​ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ທ່ານ​ກີວ​ໂດ ​ເວີສ​ເທີ​ເວ​ວເລ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​​ເຢຍລະ​ມັນ, ​ແລະທ່ານ​ນາ​ບິ​ວ ອາຣາບີ, ​ເລຂາທິການ​ໃຫຍ່ສັນນິບາດ​ອາຣັບກ່ຽວກັບສະຖານະການຢູ່ຊີຣີ.

​ໃນ​ເວລາສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ, ທ່ານ​ຫວາງ​ອີ້​ກ່າວ​ເນັ້ນ​ວ່າ, ໜ່ວຍກວດກາ​ອາວຸດ​ເຄມີຂອງ​ສະຫະ​ປະຊາ​ຊາດ​ພວມ​ດຳ​ເນີນ​ການ​ກວດກາຢູ່​ຊີຣີ, ຈີນ​ເດັດດ່ຽວ​ສະໜັບສະໜູນ​ໜ່ວຍກວດກາດຳ​ເນີນ​ການ​ກວດກາທີ່​ເປັນອິດສະຫຼະ, ຍຸດຕິ​ທຳ, ພາວະ​ວິ​ໄສ​ແລະດ້ວຍ​ວິຊາ​ສະ​ເພາະ​ພາຍ​ໃຕ້​ສະພາບ​ທີ່​ບໍ່​ມີ​ຄວາມ​ກົດ​ດັນ​ຈາກ​ພາຍ​ນອກ​ແລະ​ບໍ່ມີສິ່ງລົບ​ກວນ​ໃດໆ. ຝ່າຍ​ຕ່າງໆ​ຄວນ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ໜ່ວຍກວດກາໃນ​ການດຳ​ເນີນວຽກ​ງານ. ກ່ອນຈະ​ສາມາດສືບ​ສວນ​ຫາ​ຄວາມ​ຈິງ​ໄດ້, ຝ່າຍ​ຕ່າງໆ​ຄວນ​ຫຼີກ​​ເວັ້ນການ​ຄາດ​ເດົາ​ຜົນ​​ລ່ວງ​ໜ້າ, ຍິ່ງ​ບໍ່​ຄວນ​ບັງຄັບ​ແລະ​ຊຸກຍູ້​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ ສປຊໃຊ້​ການ​ກະທຳ.

ທ່ານ​ບັນ​ກີ​ມູນ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຕໍ່​ທ່າ​ທີທີ່​ມີຄວາມ​ຮັບຜິດຊອບ​ຂອງ​ຈີນ, ​ແລະກ່າວ​ວ່າ​ຄວນ​ຍຶດໝັ້ນ​ແກ້​ໄຂ​ບັນຫາ​ຊີຣີ​ດ້ວຍ​ວິທີທາງ​ການ​ເມືອງ, ຍິນ​ດີຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບ​ຈີນ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວ​ຂ້ອງ.

​ໃນ​ເວລາສົນທະນາຜ່ານທາງ​ໂທລະສັບ​ກັບ​ທ່ານ​ກີວ​ໂດ ​ເວີສ​ເທີ​ເວ​ວ​ເລ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​​ເຢຍລະ​ມັນ, ​ແລະທ່ານ​ນາ​ບິ​ວ ອາຣາບີ, ​ເລຂາທິການ​ໃຫຍ່ສັນນິບາດ​ອາຣັບ, ທ່ານ​ຫວາງ​ອີ້​ກ່າວ​​ເນັ້ນ​ວ່າ, ຈີນ​ຄັດ​ຄ້ານຝ່າຍໃດໆ​ທີ່ໃຊ້​ອາວຸດ​ເຄມີ, ຖ້າ​ຝ່າຍໃດໃຊ້ແລ້ວຝ່າຍນັ້ນກໍ່ຕ້ອງ​ຮັບຜິດຊອບ. ທ່ານຫວາງ​ອີ້​ກ່າວ​ຢ້ຳວ່າ, ​ໃນບັນຫາ​ກ່ຽວ​ກັບ​ສົງຄາມ​ແລະ​ສັນຕິພາບ, ຝ່າຍ​ຕ່າງໆ​ຄວນຮັກສາ​ຄວາມ​​ອົດທົນ​ແລະ​ພາວະ​ວິ​ໄສ. ການ​ແກ້​ໄຂ​ບັນຫາ​ຊີຣີ​ໂດຍ​ຜ່ານ​ຊອງ​ທາງ​ການ​ເມືອງ​ຍັງ​ຄົງແມ່ນ​ທາງ​ອອກ​ຕົວ​ຈິງ​ພຽງໜຶ່ງ​ດຽວ.

ທ່ານ​ກີວ​ໂດ ​ເວີສ​ເທີ​ເວ​ວເລກ່າວ​ວ່າ, ການ​ແກ້​ໄຂ​ບັນຫາ​​ໂດ​ຍຜ່ານ​ຊ່ອງ​ທາງ​ການ​ເມືອງມີ​ຄວາມ​ສຳຄັນ​​ທີ່​ສຸດ, ແລະ​ຄວນ​ໃຫ້​ຄວາມ​ສຳຄັນ​ຕໍ່​ບັນຫາ​ໃນ​ປະຈຸ​ບັນ, ຫວັງ​ວ່າຈະ​ສາມາດ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບ​ຈີນໄວ້ໄດ້.

ທ່ານ​ນາ​ບິ​ວ ອາຣາບີກ່າວວ່າ, ສັນນິບາດ​ອາຣັບຍຶດໝັ້ນ​ໃນຫຼັກການເພື່ອແກ້​ໄຂ​ບັນຫາ​ຊີຣີດ້ວຍ​ວິທີ​ທາງ​ການ​ເມືອງ, ຫວັງ​ວ່າຈະສາມາດ​ແກ້​ໄຂ​ບັນ​ຫາ​ໃນ​ປະຈຸ​ບັນ​ໂດຍ​ຜ່ານ​ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ.