ເຂດ​ແດນຕໍ່​ແດນ​ແຂວງ​ຢຸນນານ​ກັບ​ແຂວງ​ເສ​ສວນ​ຈີນ​ເກີດ​ແຜ່ນດິນ​ໄຫວຂັ້ນ5,9ລິກ​ເທີ

(GMT+08:00) 2013-08-31 14:08:08     cri

ເວລາ 8 ​ໂມງ 4 ນາທີ​ຂອງ​ວັນ​ທີ 31 ​ສິງຫາ​ນີ້, ​ເຂດ​​ແດນຕໍ່​ແດນ​ລະຫວ່າງ​ເມືອງຊາກຼີລາ ​ແລະ ​ເມືອງ​ເຕີ໋ສິ່ນ ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ຕິ​ເບ​ດຕີ໋ຊີ້​ງ ​ແຂວງ​ຢຸນນານ ກັບ ​ເມືອງ​ເຕີ໋ຢົ໋ງ ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​​ເຜົ່າ​ຕິ​ເບ​ດກ່ານ​ເຈິ ​ແຂວງ​ເສ​ສວນ​ຈີນ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຂັ້ນ 5,9 ລິກ​ເທີ. ກອງ​ບັນຊາ​ການ​ຕ້ານ​ໄພ​ແຜ່ນດິນ​ໄຫວ​ກິ່ງ​ແຂວງ​ຕີ໋ຊີ້​ງ ​ແຂວງ​ຢຸນນານ​ແຈ້ງ​​ໃຫ້​ຮູ້​ວ່າ​, ປັດຈຸບັນ, ​ແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ກິ່ງ​ແຂວງນີ້ມີ 1 ຄົນ​ເສຍ​ຊິວິດ, 3 ຄົນ​ຮັບ​ບາດ​​ເຈັບ​ໜັກ, ​ ​ມີ​ນັກ​ທ່ອງ​ທ່ຽວ 17 ຄົນຖືກ​ອັດ​ຕັນ, ​ເມືອງ​ທົ່ວ​ເຂດ​ເທດສະບານເຕີ໋ສິ່ນບໍ່​ມີໄຟ​ຟ້າ.

ຫຼັງ​ຈາກ​ເກີດ​​ໄພ​ແຜ່ນດິນ​ໄຫວ, ພະ​ແນ​ກ​ແຜ່ນດິນ​ໄຫວ​ແຂວງ​ຢຸນນານ​ໄດ້ ປະຕິບັດການ​ຮັບ​ມື​ລະດັບ​ທີ 3 ຂອງ​ແຜນການ​ສຸກ​ເສີນ​ແຜ່ນດິນ​ໄຫວ, ໜ່ວຍຊ່ຽວຊານ​​ແຜ່ນ​ດິນ​ໄຫວ​ທີ່​ປະກອບ​ 28 ຄົນ ​ແລະ ຄະນະວັດ​ແທກ​ແຜ່ນດິນ​ໄຫວ 2 ຄະນະ​ພວມ​ປະຕິບັດ​ງານ​ຢູ່​ເຂດ​ປະສົບ​ໄພ.

ພະ​ແນ​ກປົກຄອງ​ແລະ​ປະຊາ​ສົງ​ເຄາະ​ແຂວງ​ຢຸນນານ​ໄດ້​ເບີກ​ວັດຖຸ​ຕ້າ​ນ​ໄພ​ພິບັດ​ຈຳນວນ​ຫຼາຍ, ​ເພື່ອ​ຍົກ​ຍ້າຍ ​ແລະ ຈັດ​ສັນ​ຜູ້​ປະສົບ​ໄພ​​ໂດຍ​ດ່ວນ.