​​ແຜ່ນດິນ​ໄຫວ​ຂັ້ນ 5,9 ລິກ​ເທີສ້າງ​ຜົນ​ກະທົບ​ອັນໜັກໜ່ວງຕໍ່​ກິ່ງ​ແຂວງ​ຕີ​ຊີ້​ງ​ແຂວງ​ຢຸນນານ

(GMT+08:00) 2013-09-01 13:51:14     cri
ວັນ​ທີ 31 ສິງຫາ​​ແລ້ວ​ນີ້,ຢູ່​​ເຂດ​ແດນ​ຕໍ່​ແດນລະຫວ່າງເມືອງ​ຊຽງ​ກຼີລາ,​ເມືອງ​ເຕີ​ຊີ່​ນ ກິ່ງ​ແຂວງ​ຕີ​ຊີ້​ງ​ແຂວງ​ຢຸນນານ​​ກັບ​ເມືອງ​ເຕີ​ຢົງ​ແຂວງ​ເສ​ສວນ​ຈີນ​ໄດ້​ເກີດ​ໄພ​ແຜ່ນດິນ​ໄຫວ​ຂັ້ນ 5,9 ລິກ​ເທີ.ມາ​ຮອດປະຈຸ​ບັນ,​ໄດ້ມີ 3​ ຄົນ​ເສຍ​ຊີວິດ,ອີກ 36 ຄົນ​ໄດ້​ຮັບ​ບາດ​ເຈັບ,​ເຮືອນ​ປະຊາຊົນຫຼາຍ​ຫຼັງ​ໄດ້​ພັງ​ທະລາຍ,ສິ່ງ​ກໍ່ສ້າງພື້ນຖານ​ໂຄງ​ລ່າງດ້ານ​ຄົມມະນາຄົມ,​ໄຟຟ້າ​ແລະການ​ສື່ສານ​ໄດ້​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ. ປະຈຸ​ບັນ,​ເຂດ​ປະສົບ​ໄພ​ກຳລັງອອກ​ແຮງ​ສຸດ​ຂີດ​ເພື່ອຕ້ານ​ໄພ​​ກູ້​​ໄພ.

ພາຍຫຼັງ​ໄດ້​ເກີດ​ໄພ​ແຜ່ນດິນ​ໄຫວ,​ແຂວງ​ຢຸນນານ​ໄດ້​ເລີ່​ມຕົ້ນ​ການ​ຮັບ​ມື​​ໄພ​ແຜ່ນດິນ​ໄຫວ​ລະດັບ 3 ຢ່າງ​ຮີບ​ດ່ວນ.ພະ​ແນ​ກການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ແຂວງ​ຢຸນນານ​ໄດ້​​ເບີກວັດຖຸ​ຊ່ວຍ​ເຫຼືອ​​ເຊັ່ນ​ຕູ້​ຜ້າ​ເຕັນ,ຕຽງແລະເຄື່ອງປູຕຽງເປັນຕົ້ນສົ່ງໄປສູ່ເຂດປະສົບໄພກິ່ງແຂວງ ຕີຊີ້ງ.

ປະຈຸບັນ,ຜູ້ໄດ້ຮັບບາດເຈັບໃນໄພແຜ່ນດິນໄຫວໄດ້ຖືກສົ່ງໄປປິ່ວປົວຢູ່ໂຮງໝໍ,ມີ 4 ຄົນໄດ້ຮັບບາດເຈັບໜັກ,ແຕ່ບໍ່​ເຖິງຄວາມ​ອັນຕະລາຍ​ທີ່​ຈະ​ເສຍ​ຊີວິດ.ພະ​ແນ​ກສາທາລະນະ​ສຸກ​ແຂວງ​ຢຸນນານ​ໄດ້​ສົ່ງ​ໜ່ວຍ​ປິ່ນປົວ​ແລະ​ໜ່ວຍ​ປ້ອງ​ກັນ​ພະຍາດ​ໄປ​ສູ່​ເຂດ​ປະສົບ​ໄພ,​​ຢາ​ດັບເຊື້ອ​ແລະ​ອຸປະກອນ​ຕ່າງໆ​ກໍ່​ໄດ້​ຖືກ​ສົ່ງ​ໄປ​ຮອດແລ້ວ,ຕໍ່​ມາ​ຈະ​ດຳ​ເນີນ​ວຽກ​ງານ​ດັບ​ເຊື້ອ​ແລະ​ປ້ອງ​ກັນພະຍາດ​ຢ່າງ​ຮອບດ້ານ​ຢູ່​ບ່ອນຢູ່​ຊົ່ວຄາວ​ຂອງ​ຜູ້​ປະສົບ​ໄພ​ແລະ​ແຫ່ງ​ອື່ນໆ​ຂອງ​ເຂດປະສົບ​ໄພ.