ອັດຕາ​ໄດ້ມາດຕະຖານ​ຂອງ​ສິນ​ຄ້າ​ທີ່​ຜະລິດ​ຢູ່​ຈີນ​ໄດ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ 20 ປີ​ທີ່​ຜ່ານ​ມາ

(GMT+08:00) 2013-09-01 14:04:00     cri
ວັນ​ທີ 1 ກັນຍາ​ນີ້,ທ່ານ​ເມີຍ​ເຄີ້ປາວ,ຮອງ​ຫົວໜ້າ​ກົມ​ໃຫຍ່​ຕິດຕາມ​ກວດກາ​ຄຸນ​ນະພາ​ບ​ແລະ​ກວດກາ​ພະຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ:ອັດຕາສະ​ເລ່ຍທີ່​​ໄດ້ມາດຕະຖານຂອງ​ສິນຄ້າ​ຈີນໃນ​ການ​ຕິດຕາມ​ກວດກາຄຸນ​ນະພາບບໍ່​ເປັນ​ປະຈຳຂອງ​ລັດ​ໄດ້​ເພີ່ມ​ຈາກ 70,4% ​​ເມື່ອ​ປີ 1993 ຂຶ້ນ​ເປັນ 89,8% ​ໃນ​ປີ​ກາຍ,​ເຊິ່ງ​ໄດ້​ເພີ່ມ​ຂຶ້ນ​ເກືອບ 20%.

ທ່ານ​ເມີຍ​ເຄີ້ປາວ​ແມ່ນ​ກ່າວ​ຄວາມ​ເວົ້າ​ດັ່ງກ່າວ​ໃນ​ງານ​ສົນທະນາ​ກ່ຽວ​ກັບການ​ປະຕິບັດ"ກົດໝາຍຂອງ​ສ.ປ.ຈີນວ່າ​ດ້ວຍ​ຄຸນ​ນະພາ​ບຜະລິດ​ຕະພັນ​"ຄົບຮອບ 20 ປີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ກັນຍາ​ນີ້.​ໃນ​ຂະນະ​ດຽວ​ກັນ,ທ່ານ​ຍັງ​ໄດ້​ເປີດ​ເຜີຍ​ວ່າ:ພຽງ​ປີ 2012 ປີ​ດຽວ,ລະບົບ​ຕິດຕາມ​ກວດກາ​ຄຸນ​ນະພາ​ບກໍ່​ໄດ້​ກວດພົບແລະ​ລົງ​ໂທດຕໍ່​ການ​ກະທຳ​ຜິດ​ກົດໝາຍ​ດ້ານ​ຄຸນ​ນະພາ​ບສິນຄ້າ 1 ​ແສນ 7 ໝື່ນ​ຄະດີ,ມູນ​ຄ່າ​ສິນຄ້າ​ທີ່​ກ່ຽວຂ້ອງ​ກັບ​ຄະດີມີ​ເຖິງ 6 ຕື້ 800​ ລ້ານ​ຢວນ,ນີ້​ໄດ້​ປົກ​ປັກ​ຮັກສາສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພກ​ແລະ​​ໄດ້​ຮັກສາ​ໃຫ້​ຕະຫຼາດ​​ມີລະບຽບ​ແບບ​ແຜນ.