ໄຂງານ​ກິລາ​​ແຫ່ງ​ຊາດຈີນ​ຄັ້ງ​ທີ12ຢູ່​ນະຄອນ​ເສີນ​ຢ໋າງ

(GMT+08:00) 2013-09-01 14:05:09     cri

ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 31 ສິງຫາ​ແລ້ວ​ນີ້, ງານ​ກິລາ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຄັ້ງ​ທີ12​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ກິລາ​ໂອ​ລິ​ມປິກ​ນະຄອນເສີນ​ຢ໋າງ ​ເຊິ່ງ​ເປັນ​ເມືອງ​​ເອກ​ແຂວງ​ລຽວນີງ. ທ່ານ​ສີ​ຈີນ​ຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ງານ ​ແລະ ປະກາດ​ງານ​ກິລາ​ຄັ້ງ​ນີ້​ໄຂ​ຂຶ້ນ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ລີ​ວ​ເພີງ ປະທານຄະນະ​ກຳມະການ​ໂອ​ລິ​ມປິກຈີນ​ກ່າວ​ວ່າ, ງານ​ກິ​ແຫ່ງ​ຊາດຈີນ​ຈັດ​ຂຶ້ນ​ເປັນ​ເວລາ 54 ປີ​ມາ​ນີ້,​ໄດ້​ຕັ້ງໜ້າ​ຊຸກ​ຍູ້​​ໃຫ້​ລະດັບ​ກິລາ​ປະ​ເພດ​​ແຂ່ງຂັນ​ຂອງ​ຈີນ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​​ເຮັດ​ໃຫ້​ກິລາ​ມວນ​ຊົນ​ຂອງ​ຈີນ​ເຜີຍ​ແຜ່​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະການ​ຫັດກາຍ​​ເພື່ອ​ສຸຂະພາບຂອງ​ປະຊາຊົນ​ຈີນດຳ​ເນີນ​ຢ່າງ​ກວ້າງຂວາງ. ງານ​ກິລາ​ແຫ່ງ​ຊາດຈີນ​ຄັ້ງ​ນີ້​ຍິ່ງ​ແມ່ນ​ງານ​ກິລາຄັ້ນ​ໜຶ່ງ​ທີ່​ປັບ​ປຸງ​ການປະຕິ​ຮູບ, ​ປະຢັດມັດທະຍັດ ​ແລະ ສ້າງຮີດ​ສັງຄົມ​ໃໝ່.

28 ຄະນະ​ກິລາ, ນັກ​ກິລາ 9 ພັນ 770 ຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ກິລາ​​ຄັ້ງນີ້, ງານ​ກິລາ​ລວມມີປະ​ເພດໃຫຍ່ 31 ລາຍ, ປະ​ເພດ​ນ້ອຍ 350 ລາຍ.