ວິ​ສາ​ຫະກິດ​ລາວ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ຢ່າງ​ຫ້າວຫັນ

(GMT+08:00) 2013-09-02 14:52:03     cri
ໜັງສືພິມ​ເສດຖະກິດ​ສັງຄົມ​ລາວ​ລາຍ​ງານ​ວ່າ, ​ມີ​ວິ​ສາ​ຫະກິດ​ລາວ 56 ​ແຫ່ງຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ, ​ຮອດ​ເວລາ​ນັ້ນ​ຈະ​ສະ​ແດງ​ສິນຄ້າ 9 ປະ​ເພດ​ເຊັ່ນ, ​ເຄື່ອງ​ໃຊ້​ໃນ​ເຮືອນ, ຜະລິດ​ຕະພັນ​ກະສິກຳ, ຜະລິດ​ຕະພັນ​ຫັດຖະກຳ, ​ເຄື່ອງ​ປະດັບ​ເອ້​ເປັນ​ຕົ້ນ.

ນອກ​ນີ້​ໜັງສືພິມ​ວຽງ​ຈັນທາ​ມລາຍ​ງານ​ວ່າ, ​ໂດຍ​ນຳ​ໃຊ້​ເວທີ​ງານ​ວາ​ງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ, ນ້ຳໝາກ​ຍໍ​ຫຼືໂນ​ລິ​ຂອງ​ລາວ​ນັບ​ມື້​ນັບໄດ້​ຮັບ​ຄວາມນິຍົມ​ຈາກ​ຜູ້​ບໍລິ​ໂພ​ກຈີນ, ປັດຈຸບັນ​ຜູ້​ຜະລິດ​ໝາກ​ໄມ້​ດັ່ງ​ກ່າວ​ກຽມ​ຈະ​ສົ່ງ​ຜະລິດ​ຕະພັນ​ຫຼາຍ​ກວ່າ​​ເກົ່າ​ໄປ​ຂາຍ​ຢູ່​ຕະຫຼາດ​ຈີນ.