ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊຽນ​ນັບ​ມື້​ນັບໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ

(GMT+08:00) 2013-09-02 10:59:25     cri
ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ແ​ລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນທີ່​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3 ກັນຍານີ້​ທີ່​ນະຄອນ​ນານ​ນິງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ.

ທ່ານ​ນາງ​ຫວງ​ຢວນ ຮອງ​ເລຂາທິການ​ໃຫຍ່​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນກ່າວ​ວ່າ: ວິສາ​ຫະກິດ​ທີ່​ມີ​ຊື່​ສຽງ​ມີ​ຄວາມ​ຫ້າວຫັນ​ຫຼາ​ຍກວ່​າ​ເກົ່າ​ໃນ​ການ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນປີ​ນີ້, ​ໂດຍ​ມີ​ຄະ​ນະ​ນັກ​ທຸ​ລະ​ກິດ​ຈັດ​ຊື້​ສິນຄ້າ​ແລະ​ຄະ​ນະ​ນັກ​ທຸ​ລະ​ກິດ​ການ​ລົງ​ທຶນ​ແລະ​ດຶງ​ດູດ​ການ​ລົງ​ທຶນ​ເກືອບ​120​ຄະ​ນະ​ເຂົ້າ​ຮ່ວມ, ຊຶ່ງ​ເປັນ​1,6​ເທົ່າ​ຂອງ​ຈຳນວນ​ຄະນະ​ທຸລະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໃນ​ປີ​ກາຍນີ້. ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ຄັ້ງ​ປີ​2013​ນີ້, ອິນ​ໂດ​ເນ​ເຊຍ, ລາວ, ມະ​ເລ​ເຊຍ,ມຽນມາ,​ໄທ​ແລະ​ຫວຽດນາມ​ທັງ​ໝົດ6​ປະ​ເທດ​ຈະ​ສືບ​ຕໍ່​ເໝົາ​ຮ້ານ​ວາງສະ​ແດງ​ເພື່ອ​ວາງ​ສະ​ແດງ​ສິນຄ້າ​ຂອງ​ປະ​ເທດ​ຕົນ. ຈຳນວນຜູ້​ປະກອບ​ການລະດັບມື້​ອາຊີບ​ທີ່​ມາ​ຈາກ​ອາ​ເມ​ລິ​ກາ, ກາ​ນາ​ດາ,​ເຢຍລະ​ມັນ, ຝະຣັ່ງ,ຍີ່​ປຸ່ນ,ສ.​ເກົາຫຼີ,ອິນ​ເດຍ,ອົສຕຼາລີ​ແລະ​ພາກ​ພື້ນ​ອາ​ເມ​ລິ​ກາ​ໃຕ້,ຕາ​ເວັນ​ອອກ​ກາງ​ໄດ້ມີ​ຫຼາຍ​ກວ່າ​ຈຳນວນ​ຜູ້​ປະກອບ​ການ​ທີ່​ເຂົ້າ​ຮ່ວມ​ງານ​ໃນ​ທຸກ​ຄັ້ງ​ທີ່​ຜ່ານ​ມາ.

ຕາມ​ໄດ້​ຊາບ​ວ່າ, ​ໃນ​ໄລຍະງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໃນ​ຄັ້ງ​ນີ້, 10ປະ​ເທດ​ອາ​ຊຽນຈະ​ອີງ​ຕາມ​ສະພາບ​ຕົວ​ຈິງ​ຂອງປະ​ເທດ​ຕົນ​ໂດຍ​ນຳ​ເອົາ​ສິນຄ້າ​ຂອງ​ປະ​ເທດ​ຕົນ​ມາ​ວາງສະ​ແດງ​ໂດຍ​ແບ່ງ​ເປັນ​ຫຼາຍ​ເຂດ​ສະ​ເພາະ​ຄື​ເຂດ​ວາງສະ​ແດງ​ສະ​ເພາະ​ສິນຄ້າ​ຍີ່​ຫໍ້​ທີ່​ມີ​ຊື່​ສຽງ,ອາຫານ​ແລະ​ຜະລິດ​ຕະພັນ​ກະສິກຳ, ​ເຄື່ອງ​ຫັດຖະກຳ​ແລະ​ເພັດ​ພອຍ,​ຜະລິດ​ຕະພັນ​ໄມ້​ແລະ​ເຄື່ອງ​​ເຟີ​ນີ​ເຈີ້,​ແລະສິນຄ້າທີ່​ຊື້​ຂາຍ​ກັນ​ໃນ​ປະລິມານ​ຫຼາຍ​.