ນາຍົກ​ໄທ​ກ່າວ​ວ່າ​ໄທ​ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ

(GMT+08:00) 2013-09-02 13:05:06     cri
ວັນທີ 2 ກັນຍານີ້,ທ່ານ​ນາງ​ຍິ່ງລັກ​ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ຈະ​ເດີນທາງ​ໄປ​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງ​ກວາງ​ຊີ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10. ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ກ່າວ​ວ່າ, ທ່ານ​ຄອງ​ຄອຍ​ທີ່​ສຸດ​ຕໍ່​ການ​ເດີນທາງ​ໃນ​ຄັ້ງ​ນີ້, ນາງ​ກ່າວ​ວ່າ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ຈະ​ດຶງ​ດູດ​ຜູ້​ລົງ​ທຶນ​ຈຳ​ນວນ​ຫຼາຍ​ທີ່​ມາ​ຈາກ​ຈີນ,​ໄທ​ແລະ​ປະ​ເທດ​ອື່ນໆ​ຂອງ​ອາ​ຊຽນ, ນີ້​ເປັນ​ໂອ​ກາດ​ທີ່​ດີ​ທີ່​ສຸດ​ໃນ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ນາງ​ຍິ່ງ​ລັກ​ຊິນນະ​ວັດ​ກ່າວ​ວ່າ, ​ແຕ່​ຕົ້ນ​ປີ​ນີ້​ມາ, ​ໄທ​ໄດ້​ເຮັດ​ວຽກ​ງານ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ປະ​ຕິ​ບັດ​ຕາມ​ພັນ​ທະ​ໜ້າ​ທີ່​ໃນ​ການ​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ລະຫວ່າງ​ຈີນກັບ​ອາ​ຊຽນ, ຫວັງ​ວ່າ​ຈະສາມາດຊຸກ​ຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ອາ​ຊຽນກັບ​ຈີນ, ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງທຶນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​​ໄທ​ຈີນ, ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ທ່ານ​ນາງ​ຍິ່ງ​ລັກ​ຊິນນະ​ວັດ​ສະ​ເໜີ​ໃຫ້​ນັກ​ລົງທຶນ​ຂອງ​ຈີນ​ໃນ​ຂະບວນການ​ລົງທຶນ​ຢູ່​ປະ​ເທດ​ອາ​ຊຽນນັ້ນຈະພິຈາລະນາ​ຖື​ປະ​ເທດ​ໄທ​ເປັນ​ເປົ້າ​ໝາຍ​ການ​ລົງທຶນ​ແລະ​ເປັນ​ຄູ່​ຮ່ວມ​ມື​ທຳ​ອິດ. ຕາມ​ນາງຍິ່ງ​ລັກ​ເຫັນ​ວ່າ, ​ໄທ​ກຳລັງ​ດຳ​ເນີນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ເຊື່ອມ​ຕໍ່​ປະ​ເທດ​ໄທ​ກັບປະ​ເທດ​ໃກ້​ຄຽງ​ໃນ​ອາ​ຊຽນ, ຊຶ່ງ​ມີ​ຜົນ​ດີ​ຕໍ່​ນັກ​ລົງທຶນ​ຂອງ​ຈີນ​ຜ່ານ​ຈາກ​ໄທ​ເປີດ​ປະຕູ​ເຂົ້າ​ສູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.