ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຄົນ​ລາວ​ເຊື້ອສາຍ​ຈີນ​ຈັດ​ກິດຈະກຳ​ບໍລິຈາກ​ເພື່ອ​ການ​ກຸສົນ

(GMT+08:00) 2013-09-02 16:33:40     cri

ທ່ານກວ່ານຮວາປິ່ງເຂົ້າຮ່ວມກິດຈະກຳບໍລິຈາກເພື່ອການກຸສົນທີ່ຈັດຂຶ້ນໃນວັນທີ 1 ກັນຍານີ້

ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ສະມາຄົມ​ຊາວຈີນ​ວຽງ​ຈັນ​ຊຶ່ງ​ເປັນອົງການ​ຈັດ​ຕັ້ງ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຄົນ​ລາວ​ເຊື້ອສາຍ​ຈີນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ລາວ​ໄດ້​ຈັດ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງສະມາຄົມຈີນມູນນິທິວຽງຈັນຄົບຮອບ 47 ປີ, ວັນ​ສ້າງ​ຕັ້ງ​ຫໍ​ຈື​ເຈີ່ນ​ຄົບຮອບ 11 ປີ​ແລະ​ສະ​ເຫຼີ​ມສະຫຼອງ​ບຸນວັນ​ສາດ​ຈີນຊຶ່ງ​ຄ້າຍໆ​ກັບ​ບຸນ​ຫໍ່​ເຂົ້າປະດັບດິນຂອງ​ລາວ.

ທ່ານທູດກວ່ານຮວາປິ່ງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ຮັບບໍລິຈາກ

ທ່ານ​ວິ​ໄລ​ວັນ ພົມ  ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ລາວ, ທ່ານ​ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ກວ່າ​ນຮວາ​ປິ່ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ພ້ອມ​ພັນ​ລະ​ຍາ​ແລະ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​​ໄດ້​ເຂົ້າ​ຮ່ວມ​ງານ​ກິດຈະກຳ​ໃນ​ຄັ້ງ​ນີ້,​ໂດຍ​ໄດ້​ມອບ​ເຂົ້າ,ອາຫານ​ແລະ​ເຄື່ອງ​ໃຊ້​ປະຈຳ​ວັນ​ໃຫ້​ຜູ້ຮັບບໍລິຈາກ. ກ່ອນ​ກິດຈະກຳ​​ເລີ່​ມຕົ້ນ​ຂຶ້ນ, ທ່ານ​ກວ່າ​ນຮວາ​ປິ່ງ​ໄດ້​ຕາງໜ້າ​ສະຖານທູດ​ຈີນ​ປະຈຳ​ລາວ​ມອບ​ເງິນ​ບໍລິຈາກ​ໃຫ້​ສະມາຄົມຈີນ​ມູນ​ນິທິວຽງ​ຈັນ. ​ໃນ​ໄລຍະ​ດຳ​ເນີນ​ກິດຈະກຳ​ໃນ​ຄັ້ງ​ນີ້​ໄດ້​ແຈກ​ຢາຍ​ເຂົ້າ 20 ກວ່າ​ໂຕນ​ພ້ອມ​ດ້ວຍ​ອາຫານ​ແລະ​ເຄື່ອງ​ໃຊ້​ປະຈຳ​ວັນ​ປະ​ເພດ​ຕ່າງໆ​ໃຫ້ຜູ້​ຮັບ​ບໍ​ລິ​ຈາກ 3000 ກວ່າ​ຄົນ.

ສະມາຄົມ​ຈີນ​ມູນ​ນິທິ​ວຽງ​ຈັນ​ທີ່​ຕັ້ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​​ໄດ້​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ1966, ຊຶ່ງ​ເປັນ​ອົງການ​ກຸສົນ​ຂອງ​ຊາວຈີນ​ຕ່າງ​ດ້າວ​ແລະ​ຄົນ​ລາ​ວ​ເຊື້ອສາຍ​ຈີນທີ່​ມີ​ຊື່​ສຽງ​ທີ່​ຂຶ້ນ​ກັບ​ສະມາຄົມ​ຊາວ​ຈີນ​ວຽງ​ຈັນ​ລາວ. ຫໍ​ຈື​ເຈີ່ນ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ2002, ​ເປັນ​ສະຖາປັດຕະຍາ​ກຳ​ທາງ​ພຸດ​ທະ​ສາ​ສະ​ໜາ​ທີ່​ສັ້ງຂຶ້ນ​ຢູ່​ໃນ​ສະມາຄົມຈີນ​ມູນ​ນິທິ​ວຽງ​ຈັນ,​ແລະ​ຍັງ​ເປັນ​ອົງການ​ຈັດ​ຕັ້ງ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຄົນ​ລາວ​ເຊື້ອສາຍ​ຈີນ​ທີ່​ຮ່ວມ​ກັບ​ສະມາຄົມ​ຈີນ​ມູນນິທິ​ວຽງ​ຈັນ​ດຳ​ເນີນ​ກິດ​ຈະ​ກຳ​ເພື່ອ​ການ​ກຸສົນ. ​ໃນ​ໄລຍະ​ບຸນ​ປະ​ເພນີ​ສຳຄັນ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ບຸນ ຢູລານ​ຫຼື​ຄ້າຍ​ກັບ​ບຸນ​ຫໍ່​ເຂົ້າປະດັບດິນ​ໃນ​​ແຕ່ລະ​ປີ,ອົງການ​ກຸສົນ​ສອງ​ແຫ່ງ​ນີ້ລ້ວນ​ແຕ່​ໄດ້​ຈັດ​ກິດຈະກຳ​ບໍລິຈາກ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ, ຜູ້​ເຖົ້າທີ່​ປ່ຽວພອຍ​ແລະ​ຄົນ​ພິການ.