ປະ​ທານ​ປະ​ເທດ​ຈີນ​ອອກ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​4​ປະ​ເທດ​ໃນ​ອາ​ຊີ​ກາງ​ແລະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​G20​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ

(GMT+08:00) 2013-09-03 09:57:22     cri
ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ອອກ​​ເດີນທາງ​ຈາກ​ນະຄອນຫຼວງ​ປັກ​ກິ່ງ​ໃນຕອນ​ເຊົ້າ​ວັນ​ທີ 3 ກັນຍາ​ນີ້, ​ເພື່ອ​ເດີນທາງ​ໄປ​ຢ້ຽມ​ຢາມ​ຕວກ​ເມ​ນີສະຖານ​ທາງ​ລັດຖະກິດ​ແລະ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 8 ຂອງ​ກຸ່ມ​20​ປະ​ເທດ​ຫຼື​G20​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ແຊັນ​ປີ​ເຕີ​ສະເບີກ​ຂອງ​ຣັດ​ເຊຍ, ຫຼັງ​ຈາກ​ນັ້ນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຕໍ່​ກາ​ຊັກ​ສະ​ຖານ, ອຸສ​ເບ​ກີ​ສະ​ຖານ​ແລະ​ກຽກ​ກິດ​ສະ​ຖານ​ແລະ​ຈ​ະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 13 ຂອງ​ສະ​ພາ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບິ​ສ​ເຄັກ​ຂອງ​ກຽກ​ກິດ​ສະ​ຖານ.

ນີ້​ແມ່ນ​ຄັ້ງທີ 3 ທີ່​ທ່ານ​ສີ​ຈີ້ນຜິ​ງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ພາຍ​ຫຼັງ​ທີ່​ທ່ານ​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ​ຈີນ.

ເຈົ້າໜ້າ​ທີ່ຂັ້ນສູງ​ທີ່​ຕິດຕາມ​ທ່ານ​ສີ​ຈິ້ນ​ຜິ​ງ​ໄປ​ຢ້ຽມຢາມ​ໃນ​​ເທື່ອ​ນີ້ມີ​ທ່ານ​ຫວາງ​ຮູ້ນິງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ນະ​​ໂ​ຍບາຍສູນ​ກາງ​ພັກ​ຄອມ​ມູນິດ​ຈີນ, ທ່ານ​ຫວາງ​ຢາງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ​ລີ້​ຈ້າ​ນຊູ່ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລຂາຄະນະ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ, ທ່ານ​ຢາງ​ເຈ​ສື ທີ່​ປຶກ​ສາ​ແຫ່ງ​ລັດ, ທ່ານ​ໂຈ່​ວສ້ຽວ​ສວນ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ຜູ້​ວ່າການ​ທະນາຄານ​ປະຊາຊົນ​ຈີນ​ແລະ​ທ່ານ​ອື່ນໆ​.