ນາຍົກລັດຖະມົນຕີຈີນພົບ​ປະ​ກັບ​ຜູ້ນຳ​ປະ​ເທດ​ອາ​ຊຽນ

(GMT+08:00) 2013-09-03 10:40:33     cri
ວັນ​ທີ 2 ກັນຍາ​ນີ້, ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ, ທ່ານ​ລີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ປະ​ເທດ​ອາ​ຊຽນທີ່​​ເດີນທາງ​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 10 ຄື​ທ່ານ​ເທັນ​ເຊັນ ປະທານາທິບໍດີ​ມຽນມາ, ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ທອງ​ສິງ​ທຳ​ມະ​ວົງ ນາຍົກລັດຖະມົນຕີ​ລາວ, ທ່ານ​ນາງ​ຍິ່ງ​ລັກ​ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ, ທ່ານ​ຫວຽນ​ເຕິ​ນຢຸງ ນາຍົກລັດຖະມົນຕີ​ຫວຽດນາມ​ແລະ​ທ່ານ​​ເທວ​ຈີ​ເຮັນ ຮອງ​ນາຍົກລັດຖະມົນຕີ​ສິງກະ​ໂປ.

ທ່ານ​ນາຍົກລັດຖະມົນຕີລີ​ເຄີ້ສຽງ​ກ່າວ​ວ່າ: ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອາ​ຊຽນຕື່ມ​ອີກ​ແມ່ນ​ນະ​ໂຍບາຍ​ທີ່​ເດັດດ່ຽວ​ໜຽວ​ແໜ້ນ​ຂອງ​ຄະນະ​ລັດຖະບານ​ຈີນ​ຊຸດ​ໃໝ່. ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນກຳ​ແໜ້ນ​ໂອກາດ, ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃຫ້​ມີ​ລະດັບ​ສູງ​ຂຶ້ນ, ສ້າງ​ເວທີ​ການ​ລົງທຶນ​ແລະ​ລະດົມ​ທຶນ​ເພື່ອ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ອາຊີ, ຕັ້ງໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ທາງ​ທະ​ເລ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເໝາະ​ສົມ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຫຼາຍ​ກວ່າ​ເກົ່າ​ໃນ​ທົດ​ສະ​ວັດ​ຕໍ່​ໄປ.

ຜູ້ນຳ​ປະ​ເທດ​ອາ​ຊຽນກ່າວ​ເປັນ​ສຽງ​ດຽວ​ກັນວ່າ, ການ​ພົວພັນ​ລະຫວ່າງອາ​ຊຽນກັບ​ຈີນ​ມີ​ການ​ພັດທະນາ​ຢ່າງຮອບດ້ານຊຶ່ງ​​ເປັນ​ກຳລັງ​ອັນແຂງ​ແຮງ​ໃນ​ການ​ຊຸກ​ຍູ້​ໃຫ້​ພາກ​ພື້ນ​ນີ້​ມີ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ. ຈີນ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​ແລະ​ຄູ່​ຮ່ວມ​ມື​ທີ່​ຈິງ​ໃຈ​ຂອງ​ປະ​ເທດ​ອາ​ຊຽນ, ປະ​ເທດ​ອາ​ຊຽນຍິນ​ດີ​ຮ່ວມ​ມື​ກັບ​ຈີນ,ທຳ​ຄວາມ​ພະຍາຍາມ​ໃນ​ການ​ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ.