ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ສ້າງ​ໂອກາດ​ການ​ຄ້າ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ວິ​ສາ​ຫະກິດ​ທັງ​ສອງ​ຝ່າຍ​ໃນ​ການ​ຮ່ວມ​ມື​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

(GMT+08:00) 2013-09-04 12:47:40     cri
ວັນ​ທີ 3 ກັນຍາ​ນີ້, ທ່ານ​ເລ​ເລືອ​ງມິ​ງ ​ເລຂາທິການ​ໃຫຍ່​ອາ​ຊຽນ​ໄດ້ກ່າວ​ໃນ​ພິທີ​ໄຂ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ວ່າ, ​ໃນ​ໄລຍະ 10 ປີຜ່ານມາ, ພາຍ​ໃຕ້​ຂອບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ຊຸກ​ຍູ້​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຢ່າງ​ສຳ​ເລັດ​ຜົນ, ຊຶ່ງ​ໄດ້​ສ້າງ​ໂອກາດ​ຈຳນວນ​ຫຼວງ​ຫຼາຍ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ສອງ​ຝ່າຍ.

ທ່ານ​ເລ​ເລືອ​ງມິ​ງກ່າວ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ສ້າງ​ໂອກາດ​ການ​ຄ້າ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ການ​ຮ່ວມ​ມື​ແບບ​ຊ່ວ​ຍຊູ​ຍູ້ໜູນ​ກັນ​ລະຫວ່າງ​ບໍລິສັດ​ຂອງ​ສອງ​ຝ່າຍ. ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນມີ​ຕະຫຼາດ​ການບໍລິ​ໂພ​ກທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ,ຄື​ມີ​ຜູ້​ບໍລິ​ໂພ​ກ​ເຖິງ 1ຕື້ 950 ລ້ານ​ຄົນ. ​ລວມຍອດGDP​ໃນ​ປີ2012ຜ່ານ​ມາ​ໄດ້​ມີ​ເຖິງ 1ໝື່ນ527​ຕື້​ໂດ​ລາ. ບັນດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ແລະ​ຈີນລ້ວນ​ແຕ່​ມີ​ເຕັກ​ໂນ​ໂລ​ຊີ​ແລະ​ຊັບພະຍາກອນ​ທີ່​ອຸດົມສົມບູນ, ສອງ​ຝ່າຍ​ສາມາດ​ຮ່ວມ​ກັນ​ນຳ​ໃຊ້​ຊັບພະຍາກອນ​ເຫຼົ່ານີ້​ໃຫ້​ຫັນ​ເປັນ​ກຳລັງຕົ້ນຕໍ​ຕົວ​ຈິງ, ​ເພື່ອ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕົນ​ສາມາດ​ມີ​ການ​ພັດທະນາ​ຢ່າງ​ມີ​ຊີວິດ​ຊີວາ​ໃນ​ຕະຫຼາດ​ພາກພື້ນ​​ແຫ່ງ​ນີ້​ກໍ່​ຄື​ຕະຫຼາດ​ທົ່ວ​ໂລກ. ​ເນື່ອງ​ໃນ​ໂອກາດ​ທີ່​ຈີນ​ແລະ​ອາ​ຊຽນສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ປີ, ສອງ​ຝ່າຍ​ຄວນພະຍາຍາມ​ນຳ​ໃຊ້​ໂອກາດ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຫຼາຍ​ທີ່​ສຸດ, ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າ​ງສອງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.