ຈີນ​ຕັ້ງໜ້າ​ຊຸກ​ຍູ້​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຜ່ານ​ອາຊີ

(GMT+08:00) 2013-09-04 12:49:21     cri
ຢູ່​ໃນກອງ​ປະຊຸມ​ສະ​ໄໝ​ວິສາມັນ​ຂອງ​ລັດຖະມົນຕີ​ຄົມມະນາຄົມ​ເພື່ອ​ການ​ເຊື່ອມ​ຕໍ່​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກັນ​ຍາ​ນີ້​ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງ​ກວາງ​ຊີ​ຈີນ, ທ່ານ​ລູຊຸນ​ຟາງ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ແມ່​ທາງ​ລົດ​ໄຟ​ຈີນກ່າວ​ວ່າ: ປະຈຸ​ບັນ, ທາງ​ລົດ​ໄຟ​ຜ່ານ​ອາຊີ​ຕອນ​ຢູ່​ປະ​ເທດ​ຈີນ​ໄດ້​ສ້າງ​ສຳ​ເລັດ​ແລ້ວ 150 ກິ​ໂລ​ແມັດ, ປະມານ 650 ກິ​ໂລ​ແມັດ​ກຳລັງ​ກໍ່ສ້າງ​ຢູ່​ແລະ​ກຳລັງ​ປະຕິບັດ​ໂຄງການ​ໄລຍະ​ຕົ້ນ​ປະມານ 700ກິ​ໂລ​ແມັດ.

ທາງ​ລົດ​ໄຟ​ຜ່ານ​ອາຊີ​ສາຍ​ຕາ​ເວັນ​ອອກຕອນ​ຢູ່​ປະ​ເທດ​ຈີນຄື​ແຕ່​ນະຄອນ​ຄຸນ​ມິ​ງຜ່ານ​​ເມືອງ​ຢູ້ຊີ ​ເມືອງ​ເມິງ​ຈື້ ​ໄປ​ເຖິງ​ເມືອງ​​ເຮີ​ໂຂ​ວ ລວມທັງ​ໝົດ​ຍາວ377​ກິ​ໂລ​ແມັດ. ທາງ​ລົດ​ໄຟ​ຜ່ານ​ອາຊີສາຍ​ກາງຕອນ​ຢູ່​ປະ​ເທດ​ຈີນ​​ໄດ້​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ຄຸນ​ຢູ້ທີ່​ສະຖານີ​ຢູ້ຊີນານ, ຜ່ານ​ເມືອງ​ຊື່​ມາວ, ຊຽງ​ຮຸ່ງ, ຊ້າງ​ຢຸງ ຮອດ ບໍ່​ຫານ ຍາວ​ປະມານ 600ກິ​ໂລ​ແມັດ. ທາງ​ລົດ​ໄຟ​ຜ່ານ​ອາຊີ​ສາຍຕາ​ເວັນ​ຕົກ​ຄື​ແຕ່​ນະຄອນ​ຄຸນ​ມິ​ງ ຜ່ານ ​ເມືອງ​ກວາງ​ທຸ່ງ, ​ເມືອງ​ຕ້າ​ລີ, ​ເມືອງ​ປາວ​ຊ່ານ ຮອດ ​ເມືອງ​ຢຸ້ຍລີ້ ​ແລ້ວ​ເຂົ້າ​ສູ່​ດິນ​ແດນ​ມຽນມາ, ຊຶ່ງ​ທາງ​ລົດ​ໄຟ​ຕອນ​ນີ້​ຍາວ​ປະມານ 600ກິ​ໂລ​ແມັດ.

ທ່ານ​ລູຊຸນ​ຟາງ​ກ່າວ​ວ່າ, ການ​ເລັ່ງລັດ​ກໍ່ສ້າງ​ທາງ​ລົດ​ໄຟ​ສາກົນ​ເພື່ອ​ການ​ເຊື່ອມ​ຕໍ່​ກັນລະ​ຫວ່າງ​ປະ​ເທດ​ເຊັ່ນ​ທາງ​ລົດ​ໄຟ​ຜ່ານ​ອາຊີ ຊຶ່ງ​ສາ​ມາດ​ເສີມ​ຂະຫຍາຍ​ທ່າ​ແຮ່ງ​ຂອງ​ທາງ​ລົດ​ໄຟ​​ເພື່ອຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດຢ່າງ​ເຕັມທີ່, ​ແລະ​ມີ​ຄວາມ​ໝ​າຍສຳຄັນ​ຕໍ່​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຕື່ມ​ອີກ, ​ເພີ່ມ​ທະວີ​ມິດ​ຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.