ທ່ານ​ຫຼີ​ເຄີ້ສຽງ​ສະ​ເໜີ​ຂໍ້​ລິ​ເລີ່​ມ 5 ຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ

(GMT+08:00) 2013-09-04 19:37:35     cri
ຕອນ​ເຊົ້າ​ວັນ​ທີ 3 ກັນຍາ​ນີ້, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ​ໄດ້​ໄຂ​ຂຶ້ນດ້ວຍບັນຍາກາດອັນ​ຄຶກຄື້ນ​ຢູ່​ສູນ​ວາງສະ​ແດງ​ສາກົນ​ທີ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຈີນ. ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ, ທ່ານ​ເທັນ​ເຊັນ, ປະທານາທິບໍດີ​ມຽນມາ, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ທອງ​ສິງ​ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະ​ມົນຕີ​ໄທ, ທ່ານ​ຫງວຽນ​ເຕິ​ນຢຸງ, ນາຍົກລັດຖະມົນຕີຫວຽດນາມ, ທ່ານ​ເຕວຊີ​ເຮັນ, ຮອງ​ນາຍົກລັດຖະມົນຕີສິງກະ​ໂປ ແລະທ່ານ​ເລ​ເລືອງມິງ,ເລຂາທິການໃຫຍ່ອາຊຽນໄດ້ເຂົ້າຮ່ວມພິທີແລະກ່າວຄຳປາໄສ.

ທ່ານ​ຫຼີ​ເຄີ້ສຽງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ 5 ຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​-ອາ​ຊຽນຕື່ມ​ອີກ. ໜຶ່ງ​ແມ່ນຍົກ​ລະດັບ​ເຂດ​ການ​ຄ້າ​ເສລີຈີນ-ອາ​ຊຽນ​ໃຫ້​ສູງ​ຂຶ້ນ. ສອງ​ຝ່າຍ​ຄວນ​ຫຼຸດ​ພາສີ​ລົງ​ຕື່ມ​ອີກ, ຕັ້ງໜ້າ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບການໃຫ້​ຄຳ​ໝັ້ນ​ສັນຍາ​ດ້ານ​ການຄ້າການ​ບໍລິການ​ງວດ​ໃໝ່, ຊຸກຍູ້​ການ​ໄຂ​ປະຕູ​ທີ່ມີ​ລັກ​ສະ​ນະ​ທາດ​ແທ້​ໃນ​ຂົງ​ເຂດ​ການ​ລົງທຶນ. ສອງ​​ແມ່ນ​ເລັ່ງລັດ​ຊຸກຍູ້ການ​ຮ່ວມ​ມື​ແລະການ​​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ຫຼາຍ​ຂົງ​ເຂດ,​ເຊັ່ນ: ທາງ​ຫຼວງ, ທາງ​ລົດ​ໄຟ, ການ​ຂົນ​ສົ່ງ​ທາງ​ນ້ຳ, ການຂົນ​ສົ່ງ​ທາງ​ອາກາດ, ​ໂທລະ​ຄົມມະນາຄົມ ​ແລະພະລັງງານ​ເປັນ​ຕົ້ນ. ສາມ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເງິນ. ສີ່​ແມ່ນ​ດຳ​ເນີນ​ການ​ຮ່ວມ​ມື​ເທິງ​ທະ​ເລ, ​ໂດຍຈີນ​​ໄດ້ລິ​ເລີ່​ມ​ໃຫ້​ສ້າງ "ການ​ພົວພັນ​ຄູ່​ຮ່ວມ​ມື​ທາງ​ທະ​ເລ​ລະຫວ່າງ​ຈີນ-ອາ​ຊຽນ". ຫ້າ​ແມ່ນ​ເພີ່ມ​ທະວີ​ການ​ແລກປ່ຽນດ້ານວັດທະນະທຳ-ສັງຄົມ.ຈີນ​ໄດ້​ລິ​ເລີ່​ມ​ໃຫ້ກຳນົດ​ເອົາປີ 2014 ​ເປັນ "ປີ​ແລກປ່ຽນ​​ໄມຕີ​ຈິດ​ມິດຕະພາບ​ລະ​ຫວ່າງ​ຈີນ-ອາ​ຊຽນ".