ທ່ານ​ເທັນ​ເຊັນ​ກ່າວ​ວ່າ: ມຽນມາ​ຈະ​ຮ່ວມ​ມື​ກັບ​ປະ​ເທດອື່ນໃນອາ​ຊຽນ​ເພື່ອ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາຊຽນ-ຈີນ

(GMT+08:00) 2013-09-04 19:38:45     cri
ຕອນ​ເຊົ້າວັນ​ທີ 3 ກັນຍາ​ນີ້, ທ່ານ​ເທັນ​ເຊັນ, ປະທານາທິບໍດີ​ມຽນມາ​ກ່າວ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຈີນ​ວ່າ, ມຽນມາ​ຈະ​ເລີ່​ມເຂົ້າຮັບຕຳ​ແໜ່​ງປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ,​ມຽນມາຈະຮ່ວມ​ມື​ກັບປະ​ເທດ​ອື່ນໃນອາ​ຊຽນ, ​ເພື່ອ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຈີນ​.

ທ່ານ​ເທັນ​​ເຊັນໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮວ່ມ​ພິທີ​ໄຂງານ​ວາ​ງສະແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ​-ອາ​ຊຽນຄັ້ງ​ທີ 10 ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 3 ກັນຍາ​ນີ້. ທ່ານ​ເທັນ​ເຊັນ​ກ່າວ​ວ່າ, ມຽນມາສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຈີນທີ່ໄດ້ໃຫ້ການ​ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ​ແກ່​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາຊຽນ ​ແລະ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ມຽນມາ​ຈະ​ຮ່ວມ​ມື​ກັບ​ຈີນ​ຢ່າງ​ຕັ້ງໜ້າ, ຊຸກຍູ້​ກົນ​ໄກ​ການ​ຮ່ວມ​ມືດ້ານຕ່າງໆ​ທີ່​ມີອາຊຽນ​ເປັນ​ແກນ​ນຳ​, ຄື: ກອງ​ປະຊຸມ10+1, ກອງ​ປະຊຸມ10+​3, ກອງ​ປະຊຸມ​ເປີດ​ກວ້າງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ຊຽນ, ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນ,​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ອື່ນໆ.