ສື່​​ມວນ​ຊົນແລະ​ນັກວິຊາ​ການ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຄຳປາຖະກະຖາຂອງນາຍົກລັດຖະມົນຕີຈີນໃນ​ພິທີ​ໄຂ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10

(GMT+08:00) 2013-09-04 19:39:52     cri
ວັນ​ທີ 3 ກັນຍາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ປາຖະກະຖາ​ໃນ​ພິທີ​ໄຂ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງທີ 10, ເຊິ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຈາກ​ພາຍ​ນອກ. ບຸກຄົນ​ວົງ​ການ​ພາຍ​ນອກຈຳນວນ​ໜຶ່ງ​ເຫັນ​ວ່າ, ຈີນ​ແລະ​ອາ​ຊຽນມີ​ຄວາມສາມັກຄີ​ແລະ​ປະສານ​ງານ​ກັນ, ສະ​ແຫວ​ງຫາ​ການ​ພັດທະນາຮ່ວມກັນ, ຍ່ອມ​ຈະ​ຊຸກຍູ້ການ​ພົວພັນ​ສອງ​ຝ່າຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​ຕື່ມ​ອີກ, ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ຄວາ​ມຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນຂອງ​ພາກ​ພື້ນ​ນີ້​ຢ່າງ​ແຂງ​ແຮງ.

ທ່ານ​ຫງວຽນ​ດາງ​ຟັດ, ຫົວໜ້າພະ​ແນ​ກ​ຖະ​ແຫຼ​ງຂ່າວ​ເສດຖະກິດ​ຂອງ​ຂ່າວສານ​​ຫວຽດນາມ​ກ່າວ​ວ່າ, "10 ປີ​ອັນ​ລ້ຳ​ຄ່າ"ລະຫວ່າງ​ຈີນ-ອາຊຽນບໍ່​ພຽງ​ແຕ່​ແມ່ນ​ຄວາມ​ປາຖະໜາ​ຂອງ​ຈີນ​ເທົ່າ​ນັ້ນ, ​ແຕ່​ຍັງ​ລວມທັງ​ຄວາມ​ປາຖະໜາ​ຂອງ​ປະ​ເທດ​ສະມາຊິກ​ອື່ນໆ​ຂອງ​ອາ​ຊຽນ​ເຊິ່ງລວມທັງ​ຫວຽດນາມນຳ​ອີກ, ​ເພາະວ່າ​ມັນ​ໄດ້​ສ່ອງ​ແສງ​​ເຖິງ​ຄວາມ​ມຸ່ງ​ມາດ​ປາຖະໜາ​ທີ່​ຮ່ວມ​ກັນ​ກ້າວ​ໄປຂ້າງໜ້າ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ທ່ານ​ອູ​ຈ້ຽນ​ເສິງ, ນັກ​ຂຽນ​ປະຈຳ​ຄໍ​ລຳ​ທີ່​ມີ​ຊື່​ສຽງ​ຂອງ​ຟີ​ລິບ​ປິນກ່າວ​ວ່າ, ຄຳ​ປາຖະກະຖາ​ທີ່​ສຳຄັນ​ຂອງ​ທ່ານ​ຫຼີ​ເຄີ້ສຽງ​​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ "​ການເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ"​​ແລະ "​ຢູ່ຮ່ວມ​ກັນ​ຢ່າງ​ມີ​ຄວາມ​ກົມກຽວ​ກັນ"ໃນ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ​ຂອງ​ຈີນ, ນະ​ໂຍບາຍ​ການ​ຕ່າງປະ​ເທດຕໍ່​ອາ​ຊຽນຂອງ​ຈີນ​ແມ່ນ "ນະ​ໂຍບາຍ​ທີ່ມີ​ການ​ພົວພັນແບບ​ໄມຕີ​ຈິດ​ມິດຕະພາບ​ຖານບ້ານ​ໃກ້​ເຮືອນ​ຄຽງ"ທີ່​ຍາວ​ນານ​​ແລະ​ຍືນ​ຍົງ​ຄົງ​ຕົວ.

ບັນດິດຂອງ​ສະ​ຖາ​ບັນຄົ້ນຄວ້າ​ລາຊະ​ອານາຈັກ​ກຳປູ​ເຈຍ​ທ່ານໜຶ່ງ​ກ່າວ​ວ່າ, ຄຳ​ປາຖະກະຖາ​ຂອງ​ທ່ານ​ຫຼີ​ເຄີ້ສຽງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ​ຜູ້ນຳ​ຊຸດ​ໃໝ່​ຂອງ​ຈີນ​ຍິນ​ດີ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ຮ່ວມ​ມື​ທີ່​ມີໄມຕີ​ຈິດ​ມິດຕະພາບ​ກັບປະ​ເທດ​ອ້ອມ​ຂ້າງສະ​ເພາະ​ລວມໃນພາກພື້ນອາ​ຊຽນ. ​ບັນດິດທ່ານ​ນີ້​ກ່າວ​ວ່າ, ການ​ພັດທະນາ​ຂອງ​ອາ​ຊຽນປາສະຈາກ​ການ​ຊ່ວຍ​ເຫຼືອ​ແລະ​ການ​ສະໜັບສະໜູນ​ຂອງ​ຈີນບໍ່​ໄດ້.