ໃນ 6 ​ເດືອນ​ຕົ້ນ​ປີ2013​ນີ້ ວິ​ສາ​ຫະກິດຈີນ​ໄດ້​ລົງທຶນ​ຢູ່​ປະ​ເທດ​ອາ​ຊຽນ​ເຖິງ 2ຕື້ 200ລ້ານ​ໂດ​ລາ

(GMT+08:00) 2013-09-05 12:18:46     cri
ໃນງານ​ວາ​ງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ນະ​ຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ, ງານ​ພົບ​ປະ​ສັງ​ສັນ​ລະ​ຫວ່າງ​ທີ່​ປຶກ​ສາ​ເສດ​ຖະ​ກິດ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ປະ​ເທດ​ຕ່າງໆ​ໃນອາ​ຊຽນກັບ​ນັກ​ວິ​ສາ​ຫະ​ກິດ​ທີ່​ຈັດ​ຂຶ້ນ​ໃນ​ເມື່ອ​ມໍ່ໆ​ມາ​ນີ້​ໄດ້​ດຶງ​ດູດ​ບໍ​ລິ​ສັດ​ຈີນ​ຈຳ​ນວນ​ຫຼວງ​ຫຼາຍ​ມາ​ເຂົ້າ​ຮ່ວມ.

ທ່ານ​ສູ​ນິງໆ ຮອງ​ເລຂາທິການ​ໃຫຍ່​ຜູ້ປະຈຳການ​ສະພາ​ການ​ຄ້າ​ຈີນ-ອາ​ຊຽນກ່າວ​ວ່າ, ບໍລິສັດ​ຈີນຈຳນວນ​ຫຼວງ​ຫຼາຍ​ພາກັນ​ໄປ​ລົງ​ທຶນ​ຢູ່​ປະ​ເທດ​ອາ​ຊຽນ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ກໍ່ສ້າງ​ຂອງ​ເຂດ​ການ​ຄ້າ​ເສ​ລີ. ຜະ​ລິດ​ຕະ​ພັນ​ຈີນ​ແລະ​ອາ​ຊຽນ​ມີ​93%​ໄດ້​ຖືກ​ຍົກ​ເວັ້ນ​ພາ​ສີ. 6 ​ເດືອນ​ຕົ້ນ​ປີ​2013​ນີ້, ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ຢູ່​ປະ​ເທດ​ອາ​ຊຽນ​ເຖິງ 2​ຕື້​214​ລ້ານ​ໂດ​ລາ, ​ໃນ​ນັ້ນ, 5 ປະ​ເທດ​ທີ່​ໄດ້​ຮັບ​ການ​ລົງ​ທຶນ​ຈາກ​ວິ​ສາ​ຫະ​ກິດ​ຈີນ​ຫຼາຍ​ທີ່​ສຸດ​ຕາມ​ລຳ​ດັບ​ແມ່ນ​ສິງ​ກະ​ໂປ, ລາວ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ​ແລະ​ໄທ.

ໃນ​ງານ​ພົບ​ປະ​ສັງ​ສັນ​ໃນ​ຄັ້ງ​ນີ້, ວິ​ສາ​ຫະກິດ​ຈີນ​ທີ່​ມີ​ແຜນ​ການ​ຈະ​ໄປ​ລົງທຶນ​ຢູ່​ປະ​ເທດ​ອາ​ຊຽນນັ້ນ​ໄດ້​ກ່ຽວ​ພັນ​ກັບ​ຫຼາຍ​ຂົງ​ເຂດ​ເຊັ່ນ ພະ​ລັງ​ງານ​ໃໝ່, ການ​ບຳ​ບັດ​ນ້ຳ​ໂສ​ໂຄກ, ອາ​ໄລ່​ຊີ້ນ​ສ່ວນ​ລົດ​ຍົນ, ລະ​ບົບ​ການ​ນຳ​ທາງ​​ສຳ​ລັບ​ລົດ​ຍົນ, ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ແລະ​ອື່ນໆ.