ນາຍົກ​ຈີນ​ກ່າວ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊຽນຍ່ອມຈະ​ມີ​ອະນາຄົດ​ທີ່ດີງາມ

(GMT+08:00) 2013-09-05 12:26:11     cri
ວັນ​ທີ 3 ກັນຍາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້ຢ້ຽມຢາມ​ຫໍ​ວາງສະ​ແດງ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ແລະ​ພົບ​ປະ​ໂອ້ລົມ​ກັບ​ພະນັກງານ​ແລະ​ປະຊາຊົນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ ທີ່​ນະຄອນ​ນານ​ນິງ. ທ່ານ​ກ່າວ​ວ່າ: ຈີນ​ກັບ​ອາ​ຊຽນ​ເປັນ​ມະ​ຫາ​ຄອບ​ຄົວ, ຈີນ​ກັບປະ​ເທດ​ອາ​ຊຽນມີ​ວັດ​ທະນະ​ທຳ​ທີ່​ຄ້າຍຄື​ກັນ, ມີ​ຄວາມ​ປາຖະໜາ​ຮ່ວມ​ເພື່ອ​ການ​ພັດທະນາ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຍ່ອມ​ຈະ​ມີ​ອະນາຄົດ​ທີ່​ດີງາມ​.

ໃນ​​ໂອກາດ​ຢ້ຽມ​ຊົມ​ຫໍ​ວາ​ງສະ​ແດງ, ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ: ​ເຂດ​ກວາງຊີ​ຕ້ອງ​ກຳ​ແໜ້ນ​ໂອກາດ​ສຳຄັນ​ທີ່​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນກຳລັງ​ກ້າວ​​ເຂົ້າ​ສູ່​ "ທົດ​ສະ​ວັດ​ເພັດພອຍ​ອັນ​ລ້ຳ​ຄ່າ", ​ເຊື່ອມ​ຕໍ່ຢ່າງ​ໃກ້ຊິດ​ກັບ​ອາ​ຊຽນທີ່​ເປັນ​ຕະຫຼາດ​ໃຫຍ່​ກວມ​ປະຊາກອນ 600 ລ້ານ​ຄົນ,​ເສີມ​ຂະຫຍາຍ​ທ່າ​ແຮງ​ພິ​ເສດ​ໃນ​ດ້ານ​ທີ່​ຕັ້ງ​ພູມີ​ພາກເຂດ​ກວາງຊີ​ທີ່​ເປັນ​ທາງ​ຜ່ານ​ໃຫຍ່​ທີ່​ສຳຄັນສຳລັບ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​,​ເຂດ​ພາກ​ກາງ​ແລະ​ພາກ​ໃຕ້​ຂອງ​ຈີນອອກ​ສູ່​ທະ​ເລ​ນັ້ນ​ຢ່າງ​ເຕັມທີ່, ພະຍາຍາມສ້າງ​ເສົາ​ຄ້ຳ​ຍຸດ​ທະ​ສາດ​ທີ່​ຊຸກຍູ້ການ​ພັດທະນາ​ເຂດ​ພາກ​ກາງຂອງ​ຈີນ. ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ທັງ​ສອງ​ຝ່າຍ​ຈີນ​ແລະ​ອາ​ຊຽນຕ້ອງ​ເລັງ​ໃສ່​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ກັນ​ແລະ​ກັນ, ຊຸກ​ຍູ້​ການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຢ່າງ​ບໍ່​ຢຸດ​ຢັ້ງ,ສົ່ງ​ເສີມ​ການ​ນຳ​ໃຊ້​ຜະລິດ​ຕະພັນ, ​ເຮັດ​ແນວ​ນີ້​, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈິ່ງ​ຈະ​ມີ​ອະ​ນາ​ຄົດ​ກວ້າງ​ຂວາງ​ກວ່າ​ເກົ່າ.