ງານ​ພົບ​ປະສັງ​ສັນ​ຈັດ​ຊື້​ສິນຄ້າ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ໄດ້​ດຶງ​ດູດ​ຄະນະ​ຈັດ​ຊື້​ສິນຄ້າ​ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາຍ​ມາ​ເຂົ້າ​ຮ່ວມ​ງານ

(GMT+08:00) 2013-09-05 12:35:35     cri

ງານພົບ​ປະ​ສັງ​ສັນ​ຈັດ​ຊື້​ສິນຄ້າ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ກັນຍານີ້​ທີ່​ສູນ​ປະຊຸມ​ຂອງ​ງານ​ວາງ​ສະ​ແດງ​ສາ​ກົນ​ນະ​ຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ,ຊຶ່ງ​ໄດ້​ດຶງ​ດູດຄະນະ​ຈັດ​ຊື້​ສິນຄ້າ​ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາຍ​ໂດຍ​ມີ​ຄະນະ​ຊ່ຽວຊານ​ດ້ານ​ການຈັດ​ຊື້​ສິນຄ້າ​ຈາກ​ປະ​ເທດ​ອາ​ຊຽນ, ອິນ​ເດຍ​ແລະ​ປະ​ເທດ​ຕ່າງໆ​ໃນ​ອາ​ຟິຼກກາມາ​ເຂົ້າ​ຮ່ວມ​ງານ.

ງານພົບ​ປະ​ສັງ​ສັນ​ຈັດ​ຊື້​ສິນຄ້າ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ນີ້​ມີ​ຈຸດປະສົງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັນ​ລະຫວ່າງ​ຜູ້ປະກອບ​ການ​ທີ່ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ແລະ​ນັກທຸລະກິດ​ຈັດ​ຊື້​ສິນຄ້າ​ໃຫ້​ດີກ​ວ່າ​ເກົ່າ, ງານ​ພົບ​ປະສັງ​ສັນ​ໃນ​ວັນ​ທີ 4 ກັນຍາ​ນີ້​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ເປັນ​ພິ​ເສດ​ຈາກ​ຫຼາຍ​ ​ບໍລິສັດ​ເກືອບ100​ແຫ່ງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ, ຫຼາຍ​ບໍລິສັດ​ຍັງ​ໄດ້​ຕົກລົງ​ໃນ​ເບື້ອງຕົ້ນ​ໃນ​ການ​ຮ່ວມ​ມື,ຊຶ່ງ​ມີ​ບັນຍາກາດຟົດ​ຟື້ນ​ຫຼາຍ.

ງານ​ວາງສະ​ແດງ​ສິນຄ້າ​ໃນ​ຄັ້ງ​ນີ້​ໄດ້​ມີ​ການ​ເຊັນ​ສັນຍາ​ໂຄງ​ການ​ຮ່ວມ​ມື​ສາກົນ​ທັງ​ໝົດ 73 ​ໂຄງການ ​ໃນ​ມູນ​ຄ່າລົ​ງທຶນລວມ​ທັງ​ໝົດ 8ຕື້ 600 ລ້ານ​ໂດ​ລາ, ​ໂຄງການ​ຮ່ວມ​ມື​ພາຍ​ໃນ​ປະ​ເທດ​ຈີນ​ມີ 94 ​ໂຄງການ ​ໃນ​ມູນ​ຄ່າລົງທຶນ​ລວມທັງ​ໝົດ 68 ຕື້ 100 ລ້ານ​ຢວນຫຼື​ປະ​ມານ​1​ຕື້800​ລ້ານ​ໂດ​ລາ. ຊຶ່ງ​ໂຄງການ​ທັງ​ພາຍ​ໃນ​ຈີນ​ແລະ​ຕ່າງປະ​ເທດ​ເຫຼົ່າ​ນີ້ມີມູນ​ຄ່າ​ຫຼາຍ​ກວ່າ100​ຕື້​ຢວນຫຼື​ ​ປະມານ15​ຕື້ 800ລ້ານ​ໂດ​ລາ.

1 2