ກົມ​ສົ່ງ​ເສີມ​ການ​ຄ້າ​ຂອງ​ກະ​ຊວງ​ການ​ຄ້າ​ມຽນ​ມາ​ທີ່​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ​ໄດ້​ຈັດ​ຕັ້ງ​ຜູ້​ປະ​ກອບ​ການ​ໄປ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ເປັນ​ເທື່ອ​ທຳ​ອິດ

(GMT+08:00) 2013-09-05 13:01:22     cri
ທ່ານ​ໂຕ​ອ໋ອງມິນ ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ​ກະຊວງ​ການ​ຄ້າ​ມຽນມາ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​CRI​ໃນ​ວັນ​ທີ 4 ກັນຍາ​ນີ້ ທີ່​ນະຄອນ​ນານ​ນິງຂອງ​ຈີນ, ທ່ານ​ກ່າວ​ວ່າ, ປີ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ກົມ​ສົ່ງ​ເສີມ​ການ​ຄ້າ​ຂອງ​ກະ​ຊວງ​ການ​ຄ້າ​ມຽນ​ມາ​ຈັດ​ຕັ້ງ​ຜູ້​ປະກອບ​ການ​ມຽນມາ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ. ທ່ານ​ບອກ​ວ່າ: ພາຍ​ໃຕ້​ການ​ຈັດ​ຕັ້ງ​ຂອງ​ກົມ​ສົ່ງ​ເສີມ​ການ​ຄ້າ, ລວມ​ທັງ​ໝົດ​ແລ້ວ ມີ 158​ຄົນ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ນານ​ນິງດ້ວຍ​ຍົນ​ເຊົ່າ​​ເໝົາ​ລຳ. ຂ້າ​ພະ​ເຈົ້າ​ພ້ອມ​ກັບ​ໝູ່​ຮ່ວມ​ງານ​ທັງ​ຫຼາຍ​ໄດ້​ຮ່ວມ​ກັນ​ປະ​ດັບ​ແລະ​ຈັດ​ວາງ​ສິນ​ຄ້າ​ຂອງ​ຫ້ອງ​ວາງ​ສະ​ແດງ. ຜ່ານ​ຈາກ​ໂອ​ກາດ​ແລະ​ປະ​ສົບ​ການ​ຂອງ​ການ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້​ສາມາດ​ຮູ້​ໄດ້​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ, ຊຶ່ງ​ມີ​ຜົນ​ດີ​ຫຼາຍ​ຕໍ່​ການ​ພັດທະນາ​ການ​ຄ້າ ​ແລະ​ນີ້​ກໍ່​ຄື​ຈຸດ​ປະ​ສົງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ​ການ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້. ຈຳ​ນວນ​ຜູ້​ປະ​ກອບ​ການ​ມຽນມາ​ທີ່​ຕ້ອງ​ການ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໄດ້​ເພີ່ມ​ຂຶ້ນ​ທຸກ​ປີ, ຫວັງ​ວ່າ​ໃນ​ອະ​ນາ​ຄົດ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຈະ​ອຳ​ນວຍ​ຫ້ອງ​ວາງ​ສະ​ແດງ​ໃຫ້​ມຽນມາ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ທ່ານ​ໂຕ​ອ໋ອງມິນ​ພ້ອມ​ຄະນະ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນ​ນານ​ນິງ​ໃນ​ວັນ​ທີ 31 ສິງຫາ​ແລ້ວ​ນີ້, ພາຍ​ຫຼັງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ອັດ​ລົງ​ແລ້ວ, ​ຄະ​ນະ​ດັ່ງ​ກ່າວ​ນີ້​ຈະ​ກັບ​ຄືນ​ນະ​ຄອນ​ຢາງ​ກຸ່ງ​ພ້ອມ​ກັນ​ໃນ​ວັນ​ທີ 7 ກັນ​ຍາ​ນີ້.