ຮອງ​ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ແມ່ນ​ຊ່ອຍ​ຊູ​ຍູ້​ໜູນ​ກັນ​ໃນດ້ານ​ທ່າ​ແຮງ

(GMT+08:00) 2013-09-05 16:22:31     cri
ວັນ​ທີ 5 ກັນຍາ​ນີ້, ທ່ານ​ນິວັດທຳຣົງ ບຸນ​ສົງ​ໄພ​ສານ, ຮອງ​ນາຍົກລັດຖະມົນຕີ​​ທັງ​ເປັນ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຄ້າ​ໄທ​ທີ່​​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ​ໃນ​ມໍ່ໆ​ນີ້ກ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ຈີ​ນ-ອາ​ຊຽນ​ແມ່ນ​ການ​ຮ່ວມ​ມື​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ຕ່າງຊ່ອຍ​ຊູ​ຍູ້​ໜູນ​ກັນ. ຈີນ​ສາມາດ​ຊອກ​ຫາ​ໂອກາດ​ການ​ລົງທຶນ​ຢູ່​ອາ​ຊຽນ​ໄດ້, ຜະລິດ​ຕະພັນ​​ເອ​ເລັກ​ໂຕຼນິກ, ຄອມ​ພິວ​ເຕີ, ກົນ​ຈັກ​ແລະ​ສິນຄ້າ​ປະ​ເພດ​ອື່ນໆ​ທີ່​ຈີນ​ຜະລິດ​ກໍ່​ສາມາດ​ຊອກ​ໄດ້​​ຕະຫຼາດ​ຢູ່​ອາ​ຊຽນທີ່​ມີຈຳນວນ​ປະຊາກອນ 600 ລ້ານ​ຄົນ; ປະ​ເທດ​ອາ​ຊຽນສ່ວນ​ຫຼາຍ​ແມ່ນ​ປະ​ເທດ​ກະສິກຳ, ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ຜະລິດ​ຕະພັນ​ກະສິກຳ​ແລະວັດຖຸ​ດິບ​​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ໄດ້.

ທ່ານ​ນິວັດທຳຣົງ ບຸນ​ສົງ​ໄພ​ສານກ່າວ​ວ່າ, ​ໃນ 10 ປີຜ່ານມານີ້, ຈີນ​ກັບ​ອາ​ຊຽນ​ໄດ້​ເພິ່ງ​ພາ​ອາ​ໄສກັນ​ຢ່າງ​ແໜ້ນ​ແຟ້ນ, ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ກາ​ນຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍໃນ​ອະນາຄົດ​ກໍ່​ຈະ​ນັບ​ມື້​ນັບກວ້າງ​ອອກກວ່າ​ເກົ່າ.