ຈີນ​ຕີ​ລາຄາ​ຢ່າ​ງຕັ້ງໜ້າ​ຕໍ່​ໂອ​ຕຼິສສະ​ແດງທ່າ​ທີ​ທີ່​ກ່ຽວຂ້ອງ​ທີ່​ບໍ່​ສະ​ໜັບສະ​ໜູນ​ການ​ກະທຳ​​ແບ່ງ​ແຍກ​ໃດໆຊຶ່ງ​ມີ​ເຈດ​ຕະນາຢາກ​​ແບ່ງ​ແຍກ​ເຂດ​ຕິ​ເບ​ດອອກຈາກ​ຈີນ

(GMT+08:00) 2013-09-05 18:48:37     cri
ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ກັນຍາ​ນີ້, ທ່ານ​ຊິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ທ່າ​ທີ​ຂອງໂອ​ຕຼິສ​ໃນ​ການ​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ, ຮັບຮອງ​ເຂດ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ, ບໍ່​ສະ​ໜັບສະ​ໜູນ​ການ​ກະທຳ​ແບ່ງ​ແຍກ​ໃດໆ​ຊຶ່ງ​ມີ​ເຈດ​ຕະນາ​ຢາກ​ແບ່ງ​ແຍກ​ເຂດ​ຕິ​ເບ​ດ​ເປັນ​ເອກະລາດ ​ເຊິ່ງ​ເປັນ​ການ​ທຳລາຍ​ອະທິປະ​ໄຕ​​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ. ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຂະຫຍາຍການ​ພົວພັນ​ດ້ານ​ການ​ຮ່ວມ​ມື​ທີ່ມີໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ-​ໂອ​ຕຼິສ. ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສານ​ງານ​ກັນ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​​ໄປ​ໜ້າ​ຢ່າງ​ປອດ​ໃສ, ຍາວ​ນານ​ແລະ​ຍືນ​ຍົງ​.