ທະນາຄານ​ກາງ​ຈີນ​ກັບປະ​ເທດ​ອາ​ຊຽນເຊັນ​ສັນຍາ​ວ່າ​ດ້ວຍ​ການແລ​ກປ່ຽນ​ເງິນຕາລະຫວ່າງ​ສອງ​ຝ່າຍ​ ໄດ້ບັນລຸ​ເຖິງ 1400 ຕື້​ຢວນ

(GMT+08:00) 2013-09-05 18:49:35     cri
ຫວ່າງ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງທະນາຄານ​ກາງ​ຈີນກັບ​ທະນາຄານ​ກາງຂອງ​ປະ​ເທດ​ອາ​ຊຽນ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມ​ສົມບູນ​. ທະນາຄານ​ປະຊາຊົນ​ຈີນກໍ່​ຄື​ທະນາຄານ​ກາງ​ຈີນກັບ​ຫຼາຍ​ປະ​ເທດ​ຂອງ​ອາ​ຊຽນ​ໄດ້​ເຊັນ​ສັນຍາ​ວ່າ​ດ້ວຍ​ການແລກປ່ຽນ​ເງິນຕາ​ລະຫວ່າງ​ສອງ​ຝ່າຍ, ​​ເຊິ່ງມູນ​ຄ່າການ​ແລ​ກປ່ຽນ​ໄດ້​ບັນລຸ​ເຖິງ 1400 ຕື້​ກວ່າ​ຢວນ.

​ຂ່າວ​​ແຈ້​ງວ່າ, ຈີນກັບ​ຫວຽດນາມ​ແລະ​ລາວ​ໄດ້​ເຊັນ​ສັນຍາ​ວ່າ​ດ້ວຍການ​ຮ່ວມ​ມືດ້ານ​ການຊຳລະ​ສະ​ສາງລະຫວ່າງ​ສອງ​ຝ່າຍ, ​ແລະ​ໄດ້​ມອບ​ສິດ​ໃຫ້​ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນສາຂາ​ສິງກະ​ໂປສະໜອງການ​ບໍລິການ​ດ້ານ​ກາ​ນຊຳລະ​ສະ​ສາງດ້ວຍ​ເງິນ​ຢວນ. ນອກ​ນີ້, ​ເງິນ​ຢວນກັບ​ເງິນ​ລິງ​ກິດ​ມະ​ເລ​ເຊຍ​ແລະ​ເງິນ​ບາດຂອງ​ໄທ​ກໍ່​ບັນລຸ​ການ​ແລກປ່ຽນ​ໂດຍ​ກົງ​ໄດ້.

ທ່ານ​ອີ້​ກ່າງ, ຮອງຜູ້ວ່າການທະນາຄານ​ປະຊາຊົນ​ຈີນ​ກ່າວ​ວ່າ, ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເງິນຕາ​ລະຫວ່າງ​ຈີນ-ປະ​ເທດ​ສະມາຊິກອາ​ຊຽນ, ​ເພື່ອ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງສອງ​ຝ່າຍ, ​ແລະ​ສະໜອງ​ການ​ສະໜັບສະໜູນ​ດ້ານ​ການ​ຈໍລະ​ຈອນ​ເງິນຕາ​ໃຫ້​ແກ່​ຕະຫຼາດ; ລົງ​ເລິກ​ການ​ຮ່ວມ​ມື​ດ້ານຕະຫຼາດ​ການ​ເງິນ​ໃນ​ພາກ​ພື້ນ​ນີ້, ຊຸ​ກຍູ້​ໃຫ້​ຕະຫຼາດ​ການ​ເງິນ​ຂອງ​ພາກ​ພື້ນ​ເຊື່ອມ​​ໂຍງ​ເຂົ້າ​ກັນ; ​ເພື່ອ​​​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ທະນາຄານ​ແລະ​ອົງການ​ຈັດ​ຕັ້ງ​ອື່ນ​ໆຂອງ​ປະ​ເທ​ດອາ​ຊຽນ​ໃນ​ການລົງທຶນ​ໃນ​ຕະຫຼາດ​ພັນທະບັດ​ແລະ​ຕະຫຼາດ​ທຶນ​ຮອນ​ຂອງ​ຈີນ.