ໄຂກອງ​ປະຊຸມ​ສຸດ​ຍອດG20ຢູ່​ນະຄອນ​ແຊນ​ປີ​​ເຕີ​ເບີກ

(GMT+08:00) 2013-09-06 10:30:36     cri
ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 8 ຂອງ​ກຸ່ມ20​ປະ​ເທດ​ຫຼື G20 ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເ​ຊົ້າວັນ​ທີ 5 ກັນຍາ​ນີ້​ທີ່​ນະຄອນ​ແຊນ​ປີ​ເຕີ​ເບີກ​ຂອງຣັດ​ເຊຍ. ປະມຸກ​ລັດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ກຸ່ມ G20, ຜູ້ນຳ​ອົງການ​ຈັດ​ຕັ້ງ​ສາກົນ​ເຊັ່ນ​ອົງການ​ສະຫະ​ປະຊາ​ຊາດ,ສະຫະພາບ​ເອີຣົບ, ທະນາຄານ​ໂລກ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ໂດຍ​ໄດ້​ປຶກສາ​ຫາລື​ຫົວ​ຂໍ້​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແລະ​ການ​ປະກອບ​ອາຊີບ.

ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໄດ້​ເປັນ​ປະທານ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ຄັ້ງ​ນີ້, ທ່ານ​ກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ສຸ​ຍອດ​ໂລ​ສ​ຄາ​ໂບສ​ຂອງ​ແມັກ​ຊິກ​ປີ​2012​ຜ່ານມາ​ນີ້,ຜູ້ນຳ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ຕົກລົງ​ມາດ​ຕະການ​ຕ່າງໆ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການການ​ເງິນ​ສາ​ກົນ,​ເບິ່ງ​ໃນ​ປະຈຸ​ບັນ​ແລ້ວ, ມາດ​ຕະການ​ເຫຼົ່າ​ນີ້​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ດີ.

ທ່ານ​ປູ​ຕິນຍັງ​ກ່າວ​ຕື່ມ​ອີກວ່າ, ປະຈຸ​ບັນ, ໜ້າ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ການ​ເຮັດ​ໃຫ້ເສດຖະ​ກິດ​ໂລກ​ກັບ​ຄືນ​ສູ່​ເສັ້ນທາງ​ທີ່​ພັດ​ທະ​ນາ​ແບບ​ຍືນ​ຍົງແລະເຕີບໂຕຢ່າງດຸນດ່ຽງ. ແຕ່ວ່າ ໜ້າທີ່ດັ່ງກ່າວນີ້ຍັງບໍ່ທັນ​ເຮັດ​ສຳ​ເລັດ​ເທື່ອ, ພື້ນຖານ​ຂອງຄວາມ​ສ່ຽງ​ດ້ານ​ລະບົບ​ການ​ເງິນ​ແລະ​ວິ​ກິດ​ການ​ເສດຖະກິດ​ຍັງ​ບໍ່​​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເຖິງ​​ຖອງ, ​ເສດຖະກິດ​ໂລກ​ກຳລັງ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ໃໝ່.ທ່ານ​ກ່າວ​ວ່າ:

ມື້​ນີ້, ພວກ​ເຮົາ​ຕ້ອງການ​ຕົກລົງ​ແຜນການ​ດຳ​ເນີນງານ​ແຊນ​ປີ​ເຕີ​ເບີກ​ທີ່​ມີ​ເນື້ອ​ໃນ​ໃຈກາງ​ຄື ການ​ຮັບປະກັນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ການ​ສ້າງ​ຕຳ​ແໜ່​ງປະກອບ​ອາຊີບ. ຂ້າພະ​ເຈົ້າ​ເຫັນ​ວ່າ, ພວກ​ເຮົາ​ມີ​ພື້ນຖານ​ທຸກ​ຢ່າງ​ທີ່​ສາມາດ​ຄົ້ນຄວ້າ​ເອກະສານ​ສະບັບ​ນີ້, ​ແລະ​ຖື​ເອກ​ກະສາ​ນນີ້​ເປັນ​ຈຸດ​ໜຶ່ງ​ທີ່​ເຮັດ​ໃຫ້​ຕ່າງ​ຝ່າຍ​ຄ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ດຸ່ນດ່ຽງທີ່​ສົມ​ເຫດ​ສົມ​ຜົນ,​​ເອກະສານ​ສະບັບ​ນີ້​ຈະ​ເພີ່ມ​ທະວີ​ຄວາມຄອງ​ຄອ​ຍຂອງ​ຕະໜາດ​ການ​ເງິນ​ທີ່​ມີ​ຕໍ່​ພວກ​ເຮົາ​ແລະ​ມີ​ຄວາມ​​ເຊື່ອ​ໝັ້ນ​ຕໍ່​ແຜນການ​ດຳ​ເນີນ​ງານ, ສົ່ງ​ເສີມ​ໃຫ້​ນັກ​ລົງທຶນ​ສົ່ງ​ສາຍ​ຕາ​ໄປ​ສູ່​ເສດ​ຖະ​ກິດ​ຮູບ​ປະ​ທຳ.