ປະຊາ​ຄົມ​ໂລກຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ກອງ​ປະຊຸມ​ສຸດ​ຍອດ G20

(GMT+08:00) 2013-09-06 17:08:57     cri
ວັນ​ທີ 5 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສທີ່​ສຳຄັນ​ກ່ຽວ​ກັບ​ສະຖານະ​ການ​ເສດຖະກິດ​ຂອງ​ໂລກໃນ​​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 8 ຂອງ​ຜູ້ນຳ​ກຸ່ມຫຼື G20. ຜູ້​ຊ່ຽວຊານ, ນັກວິຊາການ​ແລະສະມາຄົມຜູ້​ຊົງ​ຄຸນ​ວຸດ​ທິ​ຕ່າງປະ​ເທດຕ່າງ​ໄດ້​ກ່າວ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ໃນ​ການ​ເດັດດ່ຽວ​ຊຸກຍູ້​ການ​ປະຕິ​ຮູບ, ​ປົກ​ປັກ​ຮັກສາ​ແລະ​ພັດທະນາ​ເສດຖະກິດ​ໂລກ​ແບບ​ໄຂ​ປະຕູ, ​ເຊື່ອ​ວ່າ​ຈີນ​ມີ​ຄວາມ​ສາມາດ​ໃນ​ການ​ຮັກສາ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງປອດ​ໃສ​​ແລະ​ຕໍ່​ເນື່ອງ, ມີ​ບົດບາດ​ທາງ​ບວກ​ຕໍ່​ເສດຖະກິດ​ໂລກຫຼາຍ​ກວ່າ​ເກົ່າ.

ທ່ານ​ເປຍຣີ ປີ​ຄັດ, ຜູ້ຊ່ຽວຊານ​ກ່ຽວ​ກັບ​ຈີນ​ຂອງ​ຝະຣັ່ງ, ດອກ​ເຕີວິຊາການ​ເມືອງ​ພູມິ​ປະ​ເທດຂອງ​ມະຫາວິທະຍາ​ໄລ​ທີ 8 ປາຣີ​ເຫັນ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງຖືກ​ກັບສະຖານະ​ການ​ໃນ​ປະຈຸ​ບັນ, ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນ​​ປຶກສາ​ຫາລືຮ່ວມ​ກັນ​, ​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ທາງ​ເສດຖະກິດ​ທີ່​ປອດ​ໃສ. ​ເສດຖະກິດ​ຈີນ​ມີ​ພື້ນຖານ​ທີ່​ດີ, ​ເພື່ອ​ແກ້​ໄຂ​ບັນຫາ​ການ​ພັດທະນາ​ເສດຖະກິດ​ໃນ​ໄລຍະ​ຍາວ, ຈີນ​ເດັດດ່ຽວ​ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ໂຄງ​ປະກອບ​ເສດຖະກິດ, ນີ້ສະ​ແດງ​ໃຫ້​ເຫັນ​ເຖິງວິ​ໄສ​ທັດ​ທີ່​ເບິ່ງກວ້າງ​ມອງໄກ​ຂອງ​ລັດຖະບານ​ຈີນ.

ທ່ານ​ອາ​ເລັກ​ເຊ ອາ​​ເລັກຊານດ໌ຣົ​ຟ ນານ​ດານ ຢິວນີຄິຣສ໌ນານ, ຜູ້​ຮັບຜິດ​ຊອບ​ໂຄງການ​ປະມຸກ​ລັດ​ທົ່ວ​ໂລກ​ຂອງ​ມະຫາວິທະຍາ​ໄລ​ໂຕຣອນ​ໂຕ​ຂອງ​ກາ​ນາ​ດາ​​ກ່າວ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ຍິນ​ດີ​ຮ່ວມທຸກ​ຮ່ວມ​ສຸກກັບບັນດາປະ​ເທດ​ສະມາຊິກ, ​ແລະບັນລຸ​​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທີ່​ສຸດ. ນີ້​ສະ​ແດງ​ໃຫ້​ເຫັນວ່າ​​ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ມີຄວາມ​ຮັບຜິດຊອບ​. ຈີນ​ຮັກສາ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໃສ, ຈະ​ປະກອບ​ສວ່ນ​ດ້ານ​ກຳລັງ​ແຮງ​ເຂົ້າ​ໃນ​ກນ​ເຮັດ​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ​ຂຶ້ນ.

ທ່ານ​ນິ​ໂຄ​ລັສ ​ບອສ໌​ຮອງ​ປະທານກອງ​ທຶນນັກ​ສັງ​ເກດ​ການອິນ​ເດຍ​ເຫັນ​ດີ​ນຳຄຳ​ຮຽກຮ້ອງ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​​ໃຫ້ສ້າງ​ກຸ່ມ G20​ເປັນ​ກຳລັງ​ທີ່​ສຳຄັນ​ໃນ​ການພັດທະນາ​ເສດຖະກິດ​ໂລກ​ຢ່າງ​ໝັ້ນ​ທ່ຽງ, ສ້າງ​ຕາໜ່າງຄວາມ​ປອດ​ໄພ​ດ້ານ​ກາ​ນ​ເງິນ​ສາກົນ, ​ແລະປັບປຸງ​ການຄຸ້ມ​ຄອງເສດຖະກິດ​ໂລກ​ໃຫ້​ດີ​ຂຶ້ນ.