​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ຫວັງ​ວ່າເອຢິບ​ຈະ​ບັນລຸສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ​ໂດຍ​ໄວ

(GMT+08:00) 2013-09-06 17:31:09     cri
ຕາມ​ຂ່າວCRI:​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ6ກັນຍາ​ນີ້, ທ່ານ​ຫຼົງ​ເຫຼີ​ຍ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ວ່າ, ຈີນ​ກ່າວ​ປະນາມ​ຕໍ່​ເຫດການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດຍົນ​ທີ່​ເກີດ​ຂຶ້ນຢູ່​ເອຢິບໃນ​ວັນ​ທີ5ກັນຍາ​ນີ້, ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າຫວັງ​ວ່າເອຢິບ​​ຈະຟື້ນ​ຟູ​ລະບຽບ​ການ​ສັງຄົມ​ຄືນ​ສູ່​ປົກກະຕິ​ໂດຍ​ໄວ, ​ຊຸກຍູ້ຂະ​ບວນການຜ່ານ​ທາງ​ການ​​ເມືອງ​ທີ່​ມີ​ລັກສະນະຜ່ອນຜັນ​ສັ້ນ​ຍາວຢ່າງ​ໝັ້ນ​ທ່ຽງ, ບັນລຸສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ​ໂດຍ​ໄວ.