ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ປາຖະກະຖາກ່ຽວ​ກັບ​ຫົວຂໍ້ການ​ຄ້າ​ໃນ​ກອງ​ປະຊຸມ​ສຸ​ດຍອດ ​G20 ຄັ້ງ​ທີ 8

(GMT+08:00) 2013-09-07 13:47:26     cri

ວັນທີ 6 ກັນຍາ​ນີ້, ກອງ​ປະຊຸມ ​ສຸດ​ຍອດ G20 ຄັ້ງ​ທີ ສືບ​ຕໍ່ດຳ​ເນີນ​ຢູ່​ແຊັງ​ບີ​ເຕີ​ສບວກ​ຂອງຣັດຊ​ເຍ, ທ່ານ​ສີ​ຈິ້ນ​ຜິ​ງ ປະ​ທານປະ​ເທດ​ຈີນ​ໄດ້​ກ່າວ​ປາຖະກະຖາ​ກ່ຽວ​ກັບ​ຫົວ​ຂໍ້​ເສດຖະກິດ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ມູນ​ຄ່າ​ການ​ຄ້າ​ຂອງ G20 ກວມ 80% ຂອງ​ລວມຍອດ​ມູນ​ຄ່າ​ການ​ຄ້າ​ໃນ​ທົ່ວ​ໂລກ, ສະ​ນັ້ນ,G20 ຄວນ​ມີ​ຄວາມ​ວິຕົກ​ກັງ​ວົນ, ​ແບກ​ຫາບ​ຫນ້າ​ທີ່​ຮັບຜິດຊອບ, ຊຸກ​ຍູ້​ໃຫ້ການ​ຄ້າ​ໃນ​ທົ່ວ​ໂລກ​ມີ​ການ​ພັດທະນາ​ຮອບ​ໃຫມ່.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ອັນ​ທີ 1 ຕ້ອງຄັດຄ້ານ​ລັກ​ທິປົກ​ປ້ອງ​ການ​ຄ້າ, ປົກ​ປັກ​ຮັກສາ​ແລະ​ພັດທະນາ​ເສດຖະກິດ​ໂລກ​ແບບ​ເປີດ​ປະຕູ.ອັນ​ທີ​ 2, ຕ້ອງ​ເພີ່ມ​ທະວີ​ລະບົບ​ການ​ຄ້າ​ຫລາຍ​ຝ່າຍ, ຊຸກ​ຍູ້ການ​ເຈລະຈາ​ຮອບ​ໂດ​ຮາ.ອັນ​ທີ 3 ຕ້ອງ​ສ້າງ​​ຕ່ອງ​ໂສ້​ມູູນຄ່າ​ໃນ​ທົ່ວ​ໂລກ​ໃຫ້​ສົມບູນ​ຄົບ​ຖ້ວນ, ສ້າງ​ຕະຫລາດ​ໃຫຍ່​​ໃນ​ຂອບ​ເຂດ​ໂລກທີ່​ເປັນ​ເອກະ​ພາບ​ກັນ.

ທ່ານ​ກ່າວ​ເນັ້ນ​ວ່າ, ວັດຖຸ​ປະສົງ​ຂອງ​ຍຸດ​ທະ​ສາດ​ການ​ຄ້າ​ຈີນ​ແມ່ນ:ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນປະ​ໂຫຍ​ດ, ຫລາຍ​ສິນຄ້າ​ຫລາຍ​ຊ່ອງ​ທາງ​ທີ່​​ສະ​ຫມ່ຳສະ​ເຫມີ​ກັນ.ພວກ​ຂ້າພະ​ເຈົ້າ​ຈະ​ສື​ບຕໍ່​ຍຶດຫມັ້ນສົ່ງ​ເສີມໃຫ້ການ​ຄ້າ​ສົ່ງອອກ​ຢ່າງຫມັ້ນທ່ຽງ​ແລະ​ເພີ່ມການ​ຄ້ານຳເຂົ້າຢູ່​ໃນ​ຖານະ​ສຳຄັນ​ເຊັ່ນ​ກັນ, ​ເພີ່ມ​ທະວີ​ການ​ປະສານ​ງານ​ກັນ​ລະຫວ່າງ​ນະ​ໂບາຍ​ການ​ຄ້າ​ກັບ​ນະ​ໂຍບາຍ​ອຸດສາຫະກຳ, ​ເລັ່ງລັດ​​ເປີດ​ປະຕູ​ທາງ​ດ້ານ​ຂະ​ແຫນງ​ການ​ບໍລິການ, ຊຸກຍູ້​ການ​ຄ້າ​ກັບ​ຕ່າງປະ​ເທດ​ພັດທະນາ​ຢ່າງ​ກ້ຳ​ເກິ່ງ​ກັນ, ​ເພື່ອ​ເຊື່​ອມ​ໂຍງ​ເຂົ້າ​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກ.ພວກ​ຂ້າພະ​ເຈົ້າຍິນ​ດີ​ຮ່ວມ​ກັບ​ສະມາຊິກ G20 ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ, ​ເພີ່ມ​ທະວີ​ການ​ຄ້າ​ສາກົນຢ່າງ​ເສລີ, ຍຶດຫມັ້ນປົກ​ປັກ​ຮັກສາ​ແລະ​ພັດທະນາ​ເສດຖະກິດ​ໂລກ​ແບບ​ເປີດ​ປະຕູ.