ທ່ານ​ຮຸນ​​ແຊັນຮຽກຮ້ອງ​ບັນດາ​ປະ​ເທດ​ອາ​ຊຽນຮ່ວມກັນ​ຍົກ​ສູງສະຫວັດດີ​ການ​ສັງຄົມ​ຂອງປະຊາຊົນໃນພາກ​ພື້ນ

(GMT+08:00) 2013-09-07 15:32:05     cri

ຕາມ​ຂ່າວສານ​ຊິນຮວາ: ວັນ​ທີ 6 ກັນຍາ​ນີ້, ທ່ານ​ຮຸນ​​ແຊັນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ຢູ່​ຊຽມລຽບ ຕົວ​ເມືອງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ກຳປູ​ເຈຍ​ວ່າ, 10 ປະ​ເທດ​ອາ​ຊຽນຄວນເພີ່ມທະວີການຮ່ວມມືກັບຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ, ​ເອົາ​ໃຈ​ໃສ່ກຸມ​ຄົນ​ທີ່ຢູ່​ໃນ​ທ່ານ​ອ່ອນ​ແອ​ຮ່ວມ​ກັນ, ຊຸກຍູ້​ພາລະກິດ​ສະຫວັດດີ​ການ​ສັງຄົມປະຊາ​ຊົນ​ພາຍ​ໃນ​ພາກ​ພື້ນ​ໃຫ້​ມີ​ການ​ພັດທະນາ​ແລະ​ຍົກ​ລະດັບສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ກອງ​ປະຊຸມ​ລັດຖະມົນຕີສະຫວັດດີ​ການສັງຄົມ​ແລະ​ການ​ພັດທະນາ​ອາ​ຊຽນຄັ້ງ​ທີ8​ແລະ​ກອງ​ປະຊຸມ​ລັດຖະມົນຕີ​ສະຫວັດດີ​ການສັງຄົມ​ແລະ​ການ​ພັດທະນາອາ​ຊຽນບອກ 3( ຈີນ ຍີ່ປຸ່ນ ສ.​ເກົາຫຼີ) ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານຮຸນ​ແຊັນ​ໄດ້​ກ່າວ​ວ່າ, ການ​ເພີ່​ມທະວີການ​ຮ່ວມ​ມື​ລະຫວ່າງ​ລັດຖະມົນຕີ​ສະຫວັດດີ​ການ​ສັງຄົມ​ແລະ​ການ​ພັດທະນາ​ຂອງ​ອາ​ຊຽນ​ແມ່ນ​ຊ່ອງ​ທາ​ງທີ່ມີ​ຜົນ​ສັກສິດ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ປະສົບ​ພົບ​ພໍ້​ໃນ​ການ​ພັດທະນາ​ສະຫວັດດີ​ການ​ສັງຄົມ​ຂອງ​ອາ​ຊຽນ, ​ການເພີ່ມ​ທະວີ​ການ​ຮ່ວມ​ມື​​ກັບ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີໃນ​ດ້ານ​ນີ້​ຈະ​ຊຸກຍູ້​ ​ພາລະກິດ​ສະຫວັດດີ​ການ​ສັງຄົມ​ຂອງບັນດາ​ປະ​ເທດ​ໃນພາກ​ພື້ນ​ຕື່ມ​ອີກ.

ທ່ານ​ຮຸນ​ແຊັນ​ກ່າວ​ວ່າ, ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້ຄວນ​​ເອົາ​ໃນ​ໃສ່​ແລະ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່ປະສົບ​ພົບ​ພໍ້​ໃນ​ການ​ພັດທະນາ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ຄົນ​ທີ່ຢູ່​ໃນ​ທ່າ​ອ່ອນ​ແອ​ໃນ​ສັງຄົມ​ລວມທັງ​ຄົນທຸກ​ຈົນ​ທີ່​ຖືກ​ຜົນກະທົບ​ງ່າຍໆ​ໃນ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​​ເສດຖະກິດ.