ກອງ​ປະຊຸມ​ສຸດ​ຍອດ G20​ ຄັ້ງ​ທີ 8 ອັດ​ລົງ​ແລ້ວ

(GMT+08:00) 2013-09-07 15:38:04     cri

ຕາມ​ຂ່າວ CRI: ວັນ​ທີ 6 ກັນຍາ​ນີ້, ກອງ​ປະຊຸມສຸດ​ຍອດ​​ G20 ຄັ້ງ​ທີ 8 ​​ໄດ້​ອັດ​ລົງ​ແລ້ວ​ຢູ່ ​ແຊັງ ປີ​ເຕີ​ສບອກ. ຜູ່​ນຳ​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຜ່ານ​ແຜນດຳ​ເນີນ​ງານເຊັນ​ປີ​ເຕີ​ເບີກ​ຢ່າງ​ເປັນ​ເອກະ​ສັນ​ກັນ, ກ່າວ​ວ່າ​ຈະ​ອອກ​ແຮງສຸດຂີດຮັບປະກັນການ​ເຕີບ​ໂຕ​ຂອງ​ເສດຖະກິດ​​, ສ້າງອາ​ຊີບຕຳ​ແໜ່​ງຫຼາຍ​ກວ່າ​ເກົ່າ.

​ໃນ​ກອງ​ປະຊຸມຂ່າວ​ຫຼັງ​ກອງ​ປະຊຸມ​ສຸດ​ຍອດ, ທ່ານ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ກ່າວ​ວ່າ, ການ​ຮັບຮອງ​ເອົາແຜນດຳ​ເນີນ​ງານ​ເຊັນ​ປີກ​ເຕີ​ເບີກ​ແມ່ນ​ຜົນສຳ​ເລັດອັນ​ໜຶ່ງ​ທີ່​ສຳ​ຄັດ​ທີ່​ສຸດ​ທີ່​​ໄດ້ຣັບ​ໃນກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ໄດ້​ຮັບ. ທ່ານ​ກ່າວ​ວ່າ:

"​ແຜນດຳ​ເນີນ​ງານ​ສະບັບ​ນີ້​​ໄດ້​ຕົກລົງ​ເປົ້າ​ໝາຍ​ໄລຍະ​ກາງ​ໃຫ້​​ແຕ່ລະ​ປະ​ເທດ​ໃນ​ການ​ຫຼຸດ​ຂຸມການ​ເງິນ, ​ແລະ​ດຳ​ເນີນ​ການ​ປະຕິ​ຮູບອົງ​ປະກອບ​ຮອບດ້ານ. ມາດ​ຕະການ​ເຫຼົ່າ​ນີ້​ຄວນ​ເພີ່ມ​ທະວີ​ຄວາມ​ເຊື່ອ​ໝັ້ນ​ອງ​ຕະຫຼາດ​ການ​ທະນາຄານ​ຕໍ່​​ແຜນດຳ​ເນີນ​ງານ​ຂອງພວກ​ເຮົາ, ​ໃນ​ຂະນະ​ດຽວ​ກັນ​ເຮັດ​ໃຫ້​ນັກ​ລົງທຶນ​ຫຼາຍ​ກວ່າ​ເກົ່າ​ລົງທຶນ​ໃນ​ການ​ພັດທະນາ​ຂອງ​ເສດຖະກິດ​ຕົວຈິງ."

ນອກ​ນີ້, ທ່ານ​ປູ​ຕິນຍັງ​ກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຄືປະຕິ​ຮູບ​ນະ​ໂຍບາຍ​ເກັບພາສີ, ຮ່ວມ​ປ້ອງ​ກັນ​ການ​ກະທຳ​ທີ່ໜີພາສີ, ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະ​ເທດທີ່​ມີ​ລາຍ​​ໄດ້​ຕ່ຳ​ເປັນ​ຕົ້ນ. ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຍັງ​ສະຫຼຸບ​ວຽກ​ງານຂອງ​ຕົນ​ເປັນ​​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດ​ຂອງ G20​, ​ແລະ​ປະກາດ​ບົດ​ລາ​ຍງານ​ປະຕິບັດ​ໜ້າ​ທີ່. ພາຍຫຼັງ​ກອງ​ປະຊຸມ​ສຸດ​ຍອດ​ສິ້ນ​ສຸດ​ລົງ​ແລ້ວ​ໄດ້​ປະກາດ " ຖະ​ແຫຼ​ງການ​ຮ່ວມຂອງ​ຜູ່​ນຳ​ປະ​ເທດ​ສະມາຊິກ G20".