ກອງ​ກຳ​ປັ່ນ​ຕຳຫຼວດ​ທະ​ເລ​ຈີນ​ລາດຕະ​ເວນຢູ່​ໃນ​ນ່ານທະ​ເລ​ອ້ອມ​ແອ້ມ​ເກາະ​ດ້ຽວຢູ

(GMT+08:00) 2013-09-08 15:22:24     cri

ຕາມ​ຂ່າວ​ສານ​ຈີນ: ວັນ​ທີ7 ກັນຍາ​ນີ້, ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ວັນ​ທີ6 ກັນຍາ​ນີ້, ກອງ​ກຳ​ປັ່ນ​ຕຳຫຼວດ​ທະ​ເລ​ຈີນ​ໄດ້​ລາດຕະ​ເວນຢູ່​ໃນ​ນ່ານທະ​ເລ​ອ້ອມ​ແອມເກາະ​ດ້ຽວຢູ.

ຕັ້ງ​ແຕ່ຍີ່ປຸ່ນ "ຊື້​ເກາະ" ຢ່າງ​ຜິດ​ກົດໝາຍ​ໃນ​ເດືອນ​ກັນຍາ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ຂໍ້ພິພາດກ່ຽວ​ກັບອະທິປະໄຕເກາະດ້ຽວຢູໄດ້ກາຍ​ເປັນສາ​ເຫດ​ສຳຄັນ​ອັນ​ໜຶ່ງ​ທີ່​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ເຄັ່ງ​ຕຶງ​ຂຶ້ນ. ຕາມ​ຂ່າວ​ຈາກກະຊວງ​ການ​ຕ່າງປະ​ເທດຈີນ, ​ໃນ​ວັນ​ທີ 5 ກັນຍາ​ນີ້, ກ່ອນຈັດ​ກອງ​ປະຊຸມ​ສຸດ​ຍອດ G20 ຄັ້ງ​ທີ 8, ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ລົມ​ກັນ​ກັບ​ທ່ານ ຊິນ​ໂຈ ອາ​ເບ ນາຍົກລັດຖະມົນຕີຍີ່ປຸ່ນ​ເປັນ​ເວລາ​ອັນ​ສັ້ນໆ.

ທ່ານ​ສີຈີ້​ນພິງ​ໄດ້​ບັນ​ລະ​ຍາຍຫຼັກ​ໝັ້ນຫຼັກການ​ຂອງ​ຝ່າຍ​ຈີນ, ຊີ້​ອອກ​ວ່າ​ຫວ່າງ​ມໍ່ໆ​ນີ້​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່ປຸ່ນ​ພວມ​ປະສົບ​ພົບ​ພໍ້ຄວາມ​ຫຍຸ້ງຍາກ​ອັນ​ໜັກ​ໜວງ, ນີ້​ແມ່ນ​ຝ່າຍ​ຈີນ​ບໍ່​ຍິນ​ດີ​ໄດ້​ເຫັນ. ​ບົນ​ຈິດ​ໃຈ​ທີ່​ກ້າ​ປະ​ເຊີນ​ປະຫວັດສາດ, ຫັນ​ໜ້າ​ໄປ​ສູ່​ອະນາຄົດ, ຝ່າຍ​ຍີ່ປຸ່ນ​ແກ້​ໄຂ​ບັນຫາ​ທີ່​ສະດຸ້ງ​ໄວ້​ຄື​ເກາະ​ດ້ຽວຢູ , ປະຫວັດສາດ​ເປັນ​ຕົ້ນ, ສະ​ແຫວ​ງຫາ​ວິທີ​ທີ່​ຄຸ້ມ​ຄອງ​ຄວາມ​ເຫັນ​ທີ່ແຕກ​ຕ່າງ​ກັນ​ແລະ​ແກ້​ໄຂ​ບັນຫາ​ຢ່າງ​ເໝາະ​ສົມ.

ທ່ານ​ຊິນ​ໂຈ ອາ​ເບກ່າວ​ວ່າ, ມີ​ຄວາມ​ຫວັງ​ຫຼາຍ​ຢາກ​ພົບ​ທ່ານ​ປະທານສີ​ຈີ້ນພິງ​ຢູ່​ແຫ່ງ​ນີ້, ຂ້າພະ​ເຈົ້າ​ຫວັງຢ່າງ​ແຮງ​ກ້າ​ຢາກປົວ​ແປງ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ຈີນ​.