ປະທານ​ປະ​ເທດ​ຈີນ​ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອຸສ​ເບ​ກີ​ສະ​ຖານ

(GMT+08:00) 2013-09-09 16:37:54     cri
ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ອັບ​ດູ​ກາ​ນີ​ເຢວິສ ຄາຣີມົຟ ປະ​ທາ​ນາ​ທິ​ບໍ​ດີ​ອຸສ​ເບ​ກີ​ສະຖານ​ໃນ​ວັນ​ທີ 9 ກັນຍາ​ນີ້​ທີ່​ນະຄອນຫຼວງ​ຕັສ​ເກັນ​ຂອງ​ອຸສ​ເບ​ກີ​ສະຖານ, ​ໂດຍ​ໄດ້ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພັດທະນາ​ແລະ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ບັນຫາ​ໃນ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ໄດ້​​ສົນ​ໃຈ​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນຫຼວງ​ຕັສ​ເກັນ​ໃນ​ຕອນ​ແລງ​ວັນ​ທີ 8ກັນຍາ​ນີ້​ຊຶ່ງ​ເປັນ​ການ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຕໍ່​ອຸສ​ເບ​ກີ​ສະຖານ​​ທີ່​ເປັນ​ປະ​ເທດ​ອາຊີ​ກາງ. ຕາມ​ໄດ້​ຊາບ, ພາຍຫຼັງ​ພົບ​ປະ​ເຈລະຈາ​ກັນ​ແລ້ວ, ປະມຸກ​ລັດ​ສອງ​ປະ​ເທດ​ຍັງ​ຈະ​ລົງ​ນາມ​ເອ​ກະ​ສານ​ການ​ເມືອງ​ທີ່​ສຳຄັນ​, ​ແລະ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ, ຫຼັງ​ຈາກ​ນັ້ນ​ຈະ​ຮ່ວມ​ກັນ​ຖະ​ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນອີກ​ດ້ວຍ.

ອຸສ​ເບ​ກີ​ສະຖານ​ແມ່ນ​ປະ​ເທດ​ທີ 3 ​ໃນ​ການ​ຢ້ຽມຢາມ​ອາຊີ​ກາງ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໃນ​ຄັ້ງ​ນີ້.