ປະລິ​ມານ​ການ​ຜະລິດ​ລົດຍົນ​ຂອງ​ໄທ​ໃນ​ປີ2012​ໄດ້​ຫຼາຍ​ກວ່າ2ລ້ານ​ຄັນ​ເປັນ​ເທື່ອ​ທຳ​ອິດ

(GMT+08:00) 2013-09-09 18:40:06     cri
ໜັງສືພິມຫຼຽນ​ເຮີ​ຈາວ​ປ້າວຂອງ​ສິງກະ​ໂປ​ລາຍ​ງານ​ວ່າ: ພາຍ​ໃຕ້​ສະພາບ​ທີ່​ເສດຖະກິດ​ໂລກ​ຊຸດ​ໂຊມ​ລົງ,​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການ​ຜະ​ລິດ​ລົດ​ຍົນ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຫຼວງ​ຫຼາຍ​ນັ້ນ, ຂະ​ແໜງ​ການ​ຜະ​ລິດ​ລົດ​ຍົນ​ຂອງ​ໄທ​ໄດ້​ພົ້ນ​ເດັ່ນ​ຂຶ້ນ, ຊຶ່ງ​ປະລິມານ​ການ​ຜະ​ລິດ​ລົດ​ຍົນ​ໃນ​ປີ​2012​ຜ່ານມາ​ໄດ້​ເພີ່ມຂຶ້ນຢ່າງ​ຫຼວງ​ຫຼາຍ​ເຖິງ70%, ​ຫຼາຍ​ກວ່າ2​ລ້ານ​ຄັນ​ເປັນ​ເທື່ອ​ທຳ​ອິດ.

ຕາມ​ຕົວ​ເລກ​ຂອງ​ອົງການ​ບໍລິສັດ​ຜະລິດ​ລົດຍົນ​ສາກົນ​ທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງ​ຢູ່​ນະຄອນຫຼວງ​ປາຣີຂອງ​ຝະຣັ່ງ, ອຸດສາຫະກຳ​ຜະລິດ​ລົດຍົນ​ຂອງ​ໄທ​ມີ​ປະລິມານ​ການ​ຜະລິດ​ເຖິງ 2ລ້ານ4​ແສນ8​ໝື່ນ​ຄັນ​ໃນ​ປີ2012ຜ່ານມາ, ຊຶ່ງ​ໄດ້​​ເພີ່ມ​ຂຶ້ນຫຼາຍ​ກວ່າ​ປີ2011​ເຖິງ 70%.

ອຸດສາຫະກຳ​ລົດຍົນ​ຂອງ​ໄທ​ເລີ່​ມພັດທະນາ​ມາ​ແຕ່​ຊຸມ​ປີ1960. ຜ່ານ​ການ​ພັດທະນາ​ມາ​ເປັນ​ເວລາ 50 ປີ​, ຂະ​ແໜງ​ການ​ລົດຍົນ​ໄດ້​ກາຍ​ເປັນ​ອຸດສາຫະກຳ​​ເສົາ​ຄ້ຳ​ອັນ​ດັບໜຶ່ງ​ຂອງ​ໄທ ຊຶ່ງ​ມີ​ຍອດມູນ​ຄ່າ​ການ​ຜະລິດກວມ​ເອົາລວມຍອດ​ຜະລິ​ດຕະພັນ​ພາຍ​ໃນ​ຫຼືGDP​ເຖິງ 10%, ການສົ່ງ​ອອກ​ລົດຍົນ​ໄດ້​ກວມ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ໄທ​ປະມານ50%. ​ເລີ່​ມ​ແຕ່​ປີ2008​ເປັນ​ຕົ້ນ​ມາ, ​ໄທ​ໄດ້​ຕັ້ງ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ລົດຍົນ​ໄທ​ໃຫ້​ເປັນ "​ເມືອງDetroitຕາ​ເວັນ​ອອກ", ນີ້​ໄດ້​ເຮັດ​ໃຫ້​ໄທ​ກາຍ​ເປັນ​ຖານ​ການຜະລິດ​ລົດຍົນ​ອາຊີ​ທີ່​ມີ​ກຳລັງ​ແຂ່ງຂັນ​ສູງ​ປະຈັກ​ຕາ​ຊາວ​ໂລກ ​ແລະ​ໄດ້​ກ້າວ​ເຂົ້າ​ສູ່​ຖັນ​ແຖວ​ 10 ອັນ​ດັບປະ​ເທດຜູ້​ຜະລິດ​ລົດຍົນ​ຂອງ​ໂລກ.