ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປຮອດ​ນະຄອນຫຼວງ​ຕັສ​ເກັນ​ເລີ່​ມ​ຢ້ຽມຢາມ​ອຸສ​ເບ​ກີ​ສະຖານທາງ​ລັດຖະກິດ

(GMT+08:00) 2013-09-09 15:25:42     cri
ວັນ​ທີ 8 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​​ໄປ​ຮອດ​ນະຄອນຫຼວງ​ຕັສ​ເກັນ​ຂອງ​ອຸສ​ເບ​ກີ​ສະຖານ, ​ເລີ່​ມຢ້ຽມຢາມ​ອຸສ​ເບ​ກີ​ສະຖານ​ທາງ​ລັດຖະກິດ.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ​ອັບ​ດູ​ກາ​ນີ​ເຢວິ​ກ ຄາຣີມົນ, ປະທານາທິບໍດີ​ອຸສ​ເບ​ກີ​ສະຖານ, ​ແລະ​​ພົບ​ປະ​ກັບ​ທ່ານ​ອິວກີ​ຈາ ຊາ​ບີ​ຣົບ, ປະທານ​ສະພາ​​ສູງອຸສ​ເບ​ກີ​ສະຖານ, ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວກັບ​ການ​ລົງ​ເລິກ​ການ​ພົວພັນ​ສອງ​ຝ່າຍ, ຊຸກຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ບັນຫາ​ອື່ນໆ. ຂ່າວ​ແຈ້ງວ່າ, ປະມຸກ​ລັດ​ຂອງສອງ​ປະ​ເທດ​​ໄດ້​ເຊັນ​ເອກະສານ​ຜົນສຳ​ເລັດການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ພາກສ່ວນ​ທີ່​ກ່ຽວຂ້ອງ​​ແລະ​ວິ​ສາ​ຫະກິດຂອງ​ສອງ​ຝ່າຍກໍ່​ໄດ້​ເຊັນ​ເອກະສານ​ການ​ຮ່ວມ​ມື​ສອງ​ຝ່າຍຫຼາຍ​ສະບັບ.

ທ່ານ​ສີ​ຈິ້ນ​ຜິ​ງ​​ໄດ້​ເດີນທາງ​ຈາກອານ​ມາ​ອັດ​ຕີ​ໄປ​ຮອດນະຄອນຫຼວງ​ຕັສ​ເກັນ​ພາຍຫຼັງ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ກາ​ຊັກ​ສະຖານ​ທາງ​ລັດຖະກິດ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ. ນອກຈາກ​ນີ້, ທ່ານຍັງ​ຈະ​​ໄປຢ້ຽມຢາມ​ກຽກກິດ​ສະຖານ​ທາງ​ລັດຖະກິດຕື່ມ​ອີກ, ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 13 ຂອງ​ສະ​ພາ​ມົນຕີ​ປະ​ມຸກ​ລັດຂອງ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງບິ​ສ​ເຄັກ​ຂອງ​ກຽກກິດ​ສະຖານ.