ເສດຖະກິດ​ໂລກຖົດຖອຍ​ໄດ້ກະທົບ​ເຖິງ​ການ​ສົ່ງ​ອອກ​ຂອງ​ໄທ

(GMT+08:00) 2013-09-09 15:26:47     cri
ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ລາຍ​ງາ​ນວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ຍ້ອນ​ວ່າ​ເສດ​ຖະກິດ​ຂອງ​ເອີ​ລົບ​, ອາ​ເມ​ລິ​ກາ​ແລະ​ຄູ່​ຮ່ວມ​ການ​ຄ້າ​ທີ່​ສຳຄັນ​ອື່ນໆ​ຂອງ​ໄທ​ໄດ້​ຖົດຖອຍ​ຫຼື​ເຕີບ​ໂຕ​ຊ້າ​ລົງ, ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ໄທ​ພວມ​ມີ​ທ່າ​ອ່ຽງຫຼຸດ​ຕ່ຳລົງ. ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ລັດຖະບານ​​ໄທ​ຈະ​ພະຍາຍາມຢ່າງ​ຕັ້ງໜ້າເພື່ອ​ເຊັນສັນຍາ​ການ​ຄ້າ​ເສລີ​ແລະ​ປະຕິບັດ​ນະ​ໂຍບາຍ​ອື່ນໆ, ​ເພື່ອ​ຊຸກຍູ້​ການ​ສົ່ງ​ອອກຂອງ​ໄທ.
ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ກ່າວ​ຕື່ມ​ວ່າ, ​ແຜນການກໍ່ສ້າງ​ພື້ນຖານ​​ໂຄງການ​ໃຫຍ່​ຫຼາຍ​ໂຄງການ​ຖືກ​ເລື່ອນ​ເວລາ​ດຳ​ເນີນ​ງານຫຼາຍ​ເທື່ອ​, ​ໄດ້​ກະທົບ​ເຖິງ​ເສດຖະກິດ​ຂອງ​​ໄທ, ສະ​ນັ້ນ​ນາງ​ຈະ​ເຕືອນ​ໃຫ້​ລັດຖະບານ​ປະຕິບັດ​ແຜນການ​ເຫຼົ່າ​ນີ້​ໂດຍ​ໄວ.