ທ່ານ​ຫວາງ​ອີ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານຈອນ ​ເຄຣີ, ​ເພື່ອ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກັນ​ກ່ຽວ​ກັບ​ການ​ພົວພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ ​ແລະ​ບັນຫາ​ຊີຣີ

(GMT+08:00) 2013-09-09 15:27:41     cri
ວັນ​ທີ 8 ກັນຍາ​ນີ້, ຢູ່ນະຄອນຫຼວງ​ຕັສ​ເກັນ​ຂອງ​ອຸສ​ເບ​ກີ​ສະຖານ, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ພວມ​ຕິດຕາມ​ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ຢູ່​ອຸສ​ເບ​ກີ​ສະຖານ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານ​ຈອນ ​ເຄຣີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ.
​ໂດຍ​ແນ​ໃສ່​ບັນຫາ​ຊີຣີ, ທ່ານ​ຫວາງ​ອີ້​ກ່າວ​ເນັ້ນ​ວ່າ, ຖ້າ​ຢາກ​ຍຶດໝັ້ນ​ໃນສອງ​ຫຼັກການຄື: ປົກ​ປັກ​ຮັກສາຫຼັກ​ມາດຖານທີ່​ເປັນ​ພື້ນຖານ​ໃນການ​ພົວພັນ​ສາກົນ​ແລະຕໍ່ຕ້ານ​ການ​ກະທຳ​ໃດໆ​ທີ່​​ໃຊ້​ອາວຸດ​ເຄມີ​, ກໍ່​ຄວນ​ກັບ​ຄືນ​ສູ່​ຂອບ​ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ, ສະ​ແຫວ​ງຫາ​ຄວາມ​ຮັບຮູ້ທີ່​ເປັນ​ເອກະສັນ​ກັນ, ​ແກ້​ໄຂ​ບັນຫາ​ຢ່າງ​ເໝາະ​ສົມ, ​ແຕ່​ບໍ່​ແມ່ນກະທຳ​ການ​ປະ​ພຶ​ດທີ່ກົງກັນຂ້າມ. ຈີນ​ແລະ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ແມ່ນປະ​ເທດ​ສະມາຊິກ​ຖາວອນ​ໃນສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​, ຄວນ​​ເປັນ​ຜູ້ນຳ​ໜ້າ​ປົກ​ປັກ​ຮັກສາຈຸດປະສົງ​ຂອງ "ກົດ​ບັດ​ສະຫະ​ປະຊາ​ຊາດ", ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳ​ຄັນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງສາກົນ.

ທ່ານ​ຫວາງ​ອີ້​ໄດ​ກ່າວ​ຢ້ຳຫຼັກການ​ຫຼັກ​ໝັ້ນຂອງ​ຈີນທີ່ຄັດຄ້ານ​ການ​ໃຊ້​ກຳລັງ​ ​ທະຫານ​ໃນ​ການ​ພົວພັນ​ສາກົນ, ​ເຕືອນ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງຕ້ອງ​ໃຊ້​ທ່າ​ທີ​ອັນສຸຂຸມ​ຮອບ​ຄອບ, ​ແລະພິຈາລະນາຢ່າງ​ລະອຽດ​ກ່ອນ​ການ​ດຳ​ເນີນການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ. ສອງ​ຝ່າຍ​ເຫັນ​ດີ​ຈະສືບ​ຕໍ່​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັນກ່ຽວ​ກັບ​ບັນຫາ​ດັ່ງກ່າວ.