ກຳ​ປັ່ນ​ໂຮງ​ໝໍ "​ເຮີ​ຜິງ​ຟ່າງ​ໂຈ່​ວ​"ຂອງ​ກອງ​ທັບ​ເຮືອ​ຈີນ​ເດີນ​ທາງ​ໄປ​ເຖິງ​ອິນ​ໂດ​ເນ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ການ​ລາດ​ຕະ​ເວນ​ກວດ​ສຸ​ຂະ​ພາບ​ແລະ​ປິ່ນ​ປົ​ວ​ຮ່ວມ​ຂອງ​ກອງ​ທັບ​ເຮືອ​ນາໆ​ຊາດ

(GMT+08:00) 2013-09-10 16:27:41     cri
ຕາມ​ຂ່າວCRI, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟາງ​ໂຈ່​ວ"ຫຼືPeace Arkຂອງ​ກອງທັບ​ເຮືອ​ຈີນ​ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່ "ພາລະກິດ​​ເພື່ອ​ຄວາມ​ກົມ​ກຽວ​ກັນ2013"​ໄດ້​ເດີນ​ທາງ​ໄປ​ເຖິງ​ໝູ່​ເກາະ​ລາ​ບູຮານ ບາ​ກີ​ໂອ ທີ່​ຫ່າງ​ຈາກ​ນະ​ຄອນຫຼວງ​ຈາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ໄປ​ທາງ​ທິດຕາ​ເວັນ​ອອກ1500​ກິ​ໂລ​ແມັດ​​ໃນ​ເວລາ 9 ​ໂມງ​ຂອງ​ວັນ​ທີ 10 ກັນຍາ​ນີ້​ ​ເພື່ອ​ເຂົ້າ​ຮ່ວມ​ກິດຈະກຳ​ລາດຕະ​ເວນກວດ​ສຸຂະພາບ​ແລະ​ປິ່ນປົວ​ພະຍາດ​ຮ່ວມ​ຂອງ​ກອງທັບ​ເຮືອ​ອິນ​ໂດ​ເນ​ເຊຍ,ຈີນ​ແລະ​ສິງກະ​ໂປ.

ກຳ​ປັ່ນ​ໂຮງໝໍ"​ເຮີ​ຜິ​ງຟາງ​ໂຈ່​ວ"ຂອງ​ກອງທັບ​ເຮືອ​ຈີນ​ເດີນທາງ​ໄປ​ໝູ່​ເກາະ​ລາ​ບູຮານບາ​ກີ​ໂອ​ຂອງ​ອິນ​​ໂດ​ເນ​ເຊຍ​ໃນ​ຄັ້ງ​ນີ້​ແມ່ນ​ມີ​ຈຸດ​ປະ​ສົງ​ເພື່ອ​ເຂົ້າ​ຮ່ວມ​ກິດຈະ​ກຳ​ລາດຕ​ະ​ເວນ​ກວດ​ສຸຂະພາບ​ແລະ​ປິ່ນປົວ​ພະຍາດ​ຮ່ວມ​ຂອງ​ກອງ​ທັບ​ເຮືອ​ຫຼາຍ​ປະ​ເທດ​ທີ່​ປະກອບ​ດ້ວຍ​ກຳ​ປັ່ນ​ໂຮງ​ໝໍ "Soeharso"ຂອງ​ອິນ​ໂດ​ເນ​ເຊຍ​ແລະ​ກຳ​ປັ່ນ​ລຳລຽງ​ສະ​​ເທີ​ນ​ນ້ຳສະ​​ເທີ​ນບົກ​ "Endeavour"ຂອງ​ສິງກະ​ໂປ. ພາຍຫຼັງ​ກິດຈະກຳ​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ 5 ວັນ​ສິ້ນ​ສຸດ​ລົງ​ແລ້ວ, ກຳ​ປັ່ນ​ໂຮງໝໍ "​ເຮີ​ຜິ​ງຟ່າງ​​ໂຈ່​ວ"ຈະ​ເດີນທາງ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ນະຄອນຫຼວງ​ຈາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ເປັນ​ເວລາ 2 ວັນ.

ນັບ​​ຕັ້ງແຕ່​ເລີ່​ມປະຕິບັດ​ໜ້າ​ທີ່​ເປັນ​ຄັ້ງ​ທຳ​ອິດ​ໃນ​ເດືອນມິຖຸນາ​ຜ່ານ​ມາ​, ກຳ​ປັ່ນ​ໂຮງໝໍ"​ເຮີ​ຜິ​ງຟ່າງ​​ໂຈ່​ວ"​ໄດ້​ສຳ​ເລັດ​ພາລະກິດຕ່າງໆ​ຢ່າງ​ຈົບ​ງາມ​ເປັນ​ຕົ້ນ​ແມ່ນ ການ​ຢ້ຽມຢາມ​ບຼູ​ໄນ​ແລະ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ເພື່ອ​ຊ່ວຍ​ເຫຼືອ​​ກູ້​ໄພ​ແບບ​ມະນຸດ​ສະ​ທຳຂອງ​ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດຖະມົນຕີ ​ປ້ອງ​ກັນປະ​ເທດ​ອາ​ຊຽນບວກ8​ປະ​ເທດ, ການ​​ເດີນທາງ​ໄປ​ອ່າວ​ອາ​ເດັນ​ເພື່ອ​ໃຫ້​ບໍລິການ​ດ້ານ​ການກວດ​ສຸຂະ​ພາບ​ແລະ​ປິ່ນປົວ​ພະຍາດ​ໃຫ້​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຂອງ​ປະ​ເທດ​ຕ່າງໆ, ການ​ຢ້ຽມຢາມ6​ປະ​ເທດ​ອາຊີ​ເຊັ່ນ​ມຽນມາ​ແລະ​ປະຕິບັດ​ໜ້າ​ທີ່​​ໃຫ້ການ​ບໍລິການ​ດ້ານ​ການ​ປິ່ນປົວ​ພະຍາດ​ແກ່​ປະຊາຊົນ​ຂອງ​ປະ​ເທດ​ທີ່​ໄປ​ຢ້ຽມຢາມ​ແລະ​ອື່ນໆ.