ການ​ເຊື່ອມ​ຈອດ​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເລັ່ງລັດ​ໄວ​ຂຶ້ນ​ຢ່າງຮອບດ້ານ

(GMT+08:00) 2013-09-10 19:03:01     cri
ຢູ່​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເ​ຂດກວາງຊີ​ຈີນ​ໃນ​ອາທິດ​ຜ່ານ​ມາ, ການ​ເຊື່ອມ​ຈອດ​ກັນ​ດ້ານ​ຄົມມະນາຄົມ​ແລະ​ຂົງ​ເຂດ​ອື່ນໆ​ໄດ້​ກາຍ​ເປັນ​ເນື້ອ​ໃນ​ສຳຄັນ​ທີ່​ຜູ້​ເຂົ້າ​ຮ່ວມ​ງານ​ໄດ້​ເອົາ​​ໃຈ​ໃສ່​ເປັນ​ພິ​ເສດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ດ້ານ​ຄົມມະນາຄົມ​ທີ່​ມີ​ຂຶ້ນ​ຍ້ອນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້ກ້າວ​ສູ່​ລວງ​ເລິກ, ​ເສັ້ນທາງ​ຄົມມະນາຄົມ​ທີ່​ສະດວກ​ວ່ອງ​ໄວ​ແລະ​ຮອບດ້ານ​ຄື​ລວມ​ທັງທາງບົກ,ທາງ​ທະ​ເລ​ແລະ​ທາງ​ອາກາດລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​​ເປັນ​ກ້າວໆ, ຄຽງ​ຄູ່​ກັບ​ຂະ​ບວນການ​ເຊື່ອມ​ຈອດ​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ​ໄດ້​ເລັ່ງລັດ​ໄວ​ຂຶ້ນ​ແລະ​ການ​ຮ່ວມ​ມື​ທາງ​ທະ​ເລ​ໄດ້​ຮັບ​ການ​ຊຸກຍູ້​ພັດທະນາ​ຂຶ້ນ​ແລະ​ອື່ນໆ, ປະຊາກອນ​ຈຳນວນ1​ຕື້900​ລ້ານ​ຄົນ​ໃນ​ພາກ​ພື້ນ​​ແຫ່ງ​ນີ້​ຄາດ​ວ່າ​ຈະ​ສາມາດ​ຊົມ​ໃຊ້​ເງື່ອນ​ໄຂ​ການ​ເດີນ​ທາງ​ດ້ວຍ​ລະ​ບົບຄົມມະນາຄົມ​ທີ່​ສະດວກ​ວ່ອງ​ໄວ​ກວ່າ​ເກົ່າ.

ທ່ານ​ຢາງ​ສວນ​ຖາງ ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ ​ຂົນ​ສົ່ງ​ຈີນ​ກ່າວ​ວ່າ:ນັຍ​ແຕ່​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ຄົມມະນາຄົມ​ຈີນ-ອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ໃນ​ປີ2012ຜ່ານມາ, ສອງ​ຝ່າຍ​ໄດ້​ຍຶດໝັ້ນ​ໃນ​ການ​ໃຊ້​ວິທີ​ທາງ​ການ​ສົນທະນາ​ແລະການ​ປຶກສາ​ຫາລື​​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ໂດຍ​ໄດ້​ລົງ​ເລິກ​ດຳ​ເນີ​ນການ​ຮ່ວມ​ມືຕົວ​ຈິງ​ໃນ​ດ້ານ​ຕ່າງໆ, ຄວາມ​ສະດວກ​ວ່ອງ​ໄວ​ດ້ານ​ຄົມມະນາຄົມ​ລະຫວ່າງ​ສອງ​ຝ່າຍ​ໄດ້​ບັນລຸ​ເຖິງ​ລະດັບ​ໃໝ່​ໃນ​ປະຫວັດສາດ, ຊຶ່ງໄດ້​ອຳນວຍ​ການ​ຮັບປະກັນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່ການ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ພາກ​ພື້ນ​ແຫ່ງ​ນີ້​ໃຫ້​ດີ​ຂຶ້ນ, ວຽກ​ງານຄົມມະ​ນາ​ຄົມ​ ​ຂົນ​ສົ່ງ​ໄດ້​ກາຍ​ເປັນ​ຂົວ​ຕໍ່ອັນ​ສຳຄັນ​ໃນ​ການ​ຜູກ​ພັນຈີນ​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ.

ທ່ານ​ຫຼິວ​ເຈີ້ນ​ມິນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ຮູ້​ວ່າ, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ຝ່າຍ​ຕ່າງໆ, ການ​ເຊື່ອມ​ຈອດ​ກັນລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ສອງ​ຝ່າຍ​ໄດ້​ຮ່ວມ​ກັນວາງ​ແຜນ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ຄົມມະນາຄົມ​ຈີນ-ອາ​ຊຽນ​ແລະ​ໃຫ້ການ​ຊີ້​ນຳ​ໂດຍ​ລວມ​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ຝ່າຍ​ຈີນ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ການລົງທຶນ​ແລະ​ການ​ຮ່ວມ​ມື​ຈີນ-ອາ​ຊຽນທີ່​ມີ​ມູນ​ຄ່າ​ລວມທັງ​ໝົດ10​ຕື້​ໂດ​ລາ, ​ແລະ​ໄດ້​ປ່ອຍ​ເງິນ​ກູ້​ສິນ​ເຊື່ອ​ຈຳນວນ​ທັງ​ໝົດ 25ຕື້​ໂດ​ລາ​ໃຫ້​ປະ​ເທດ​ອາ​ຊຽນ,​ເພື່ອ​ສະໜັບສະໜູນ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ທີ່​ມີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເປັນ​ຕົ້ນຕໍ.

ໃນ​ຖານະ​ເປັນ​​ເຂດ​ດ່ານ​ໜ້າ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ເຂດ​ກວາງຊີ​ຈີນ​ໄດ້​ຍຶດໝັ້ນ​ປະຕິບັດ​ຍຸດ​ທະ​ສາດ​ຖື​ວຽກ​ງານ​ຄົມມະນາຄົມ​ເປັນ​ບູລິ​ມະ​ສິດ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ເຂດ​ກວາງຊີ​ໃຫ້​ເປັນ​ຊຸມ​ທາງ​ຄົມມະນາຄົມ​ສັງ​ລວມທີ່​ຫັນ​ໜ້າ​ໄປ​ສູ່​ອາ​ຊຽນ. ປັດຈຸບັນ, ​ເຂດ​ກວາງຊີ​ກຳລັງ​ວາງ​ແຜນ​ກໍ່ສ້າງ​ເສັ້ນທາງ​ເຊື່ອມ​ຕໍ່ກັບ​ທາງ​ຫຼວງ​ສາກົນ​ທີ່​​ເນັ່ງ​ໄປ​ສູ່​ຫວຽດນາມ​ແລະ​ປະ​ເທດ​ໃນ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຊຶ່ງ​ມີ​ຈຸດ​ເຊື່ອມ​ຕໍ່​ເຖິງ 12 ຈຸດ.