ທ່ານ​ສີ​ຈິ້ນ​ຜີ​ງ​ເຈລະຈາ​ກັບ​ທ່ານ​ອາມັສ໌​ເບັກ ອາຕາມບາ​ເຢັຟ

(GMT+08:00) 2013-09-11 17:06:23     cri
ວັນ​ທີ 11 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ອາມັສ໌​ເບັກ ອາຕາມບາ​ເຢັຟ, ປະທານາທິບໍດີກຽກກິດ​ສະຖານ, ​ໂດຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ກຽກກິດ​ສະຖານ​ແລະ​ຊຸກຍູ້​ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ຕົ້ນ.


ພາຍຫຼັງການ​ເຈລະຈາ, ທ່ານ​ສີ​ຈິ້ນ​ຜີ​ງ​ແລະ​ທ່ານ​ອາຕາມ​ບາ​ເຢັຟຈະ​​ໄດ້ລົງ​ນາມ​ແລະ​ອອກ​ເອກະສານ​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້. ນອກຈາກ​ນັ້ນ​ຜູ້ນຳ​ທັງ​ສອງ​ຍັງ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ທີ່​ກ່ຽວຂ້ອງ, ​ແລະ​ຮ່ວມ​ກັນ​ພົບ​ປະ​ກັບ​ນັກ​ຂ່າວ

ກຽກກິດ​ສະຖານ​ແມ່ນ​ປະ​ເທດ​ສຸດ​ທ້າຍ​ທີ່​ປະທານ​ສີ​ຈິ້ນ​ຜີ​ງຢ້ຽມຢາມ​ສີ່​ປະ​ເທດ​ອາຊີ​ກາງ​ໃນ​ເທື່ອ​ນີ້. ກ່ອນ​ໜ້າ​ນີ້, ທ່ານ​ໄດ້​ໄປ​ຢ້ຽມຢາມ​ຕວກ​ເມ​ນີສະຖານ, ກາ​ຊັກ​ສະຖານ​ແລະ​ອຸສ​ເບ​ກີ​ສະຖານ​ທາງ​ລັດຖະກິດ, ​ແລະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດG20ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​ຢູ່​ເມືອງແຊັງ​ປີ​ເຕີ​ສະ​ເບີກ​ຂອງ​ຣັດ​ເຊຍ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ 5 ​ແລະ​ວັນ​ທີ 6 ກັນຍາ​ນີ້.