ສິງກະ​ໂປ​ແລະ​ຫວຽດນາມ​ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2013-09-11 16:04:44     cri
ໜັງສືພິມ​ຫຼຽນ​ເຮີ​ຈາວ​ປ້າວຂອງ​ສິງ​ກະ​ໂປ​ລາຍ​ງານ​ວ່າ: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫວຽນ​ເຕິ​ນຢຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ,​ວັນ​ທີ 11 ກັນ​ຍາ​ນີ້, ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ​ເປັນ​ເວລາ 3 ວັນ. ​ໃນ​ໄລ​ຍະ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້, ຈະ​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ.

ຫວຽດນາມ​ແມ່ນ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ປະ​ເທດ​ທີ 3 ຂອງ​ສິງກະ​​ໂປຮອງ​ຈາກ​ອາ​ເມ​ລິ​ກາ​ແລະ​ຝະຣັ່ງ. ​ໃນ​ໄລຍະ​ທີ່​ທ່ານ​ຕານ​ເຄງ​ຢຳ ປະທານາທິບໍດີ​ສິງກະ​ໂປ​ຢ້ຽມຢາມ​ຫວຽດນາມ​ໃນ​ເດືອນ​ເມສາ​ປີ​ກາຍ​ນີ້,ທ່ານ​ໄດ້​ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ​ຢ່າງ​ຮອບ​ດ້ານ​ໂດຍ​ກຳນົດ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດນຳ​ກັນ​ເປັນ​ຕົ້ນ​ມາ,ການ​ໄປມາຫາສູ່​ກັນ​ລະຫວ່າງສິງກະ​ໂປ​ແລະ​ຫວຽດ ນາມ​ໄດ້​ກ້າວ​​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຈຸ​ບັນ, ຄົນ​ຫວຽດນາມ​ທີ່​ດຳ​ລົງ​ຊີວິດ​ຢູ່​ສິງກະ​ໂປ​ມີ​ປະມານ13000​ຄົນ. ນັບ​ມາ​ຮອດ​ເດືອນ​ມິຖຸນາຜ່ານ​ມາ, ສິງກະ​ໂປ​ໄດ້​ກາຍ​ເປັນ​ປະ​ເທດ​ລົງທຶນ​ຕໍ່​ຫວຽດນາມ​ຫຼາຍ​ອັນ​ດັບ​ສອງ.ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຈາກ6​ຕື້​ໂດ​ລາ​ສິງກະ​ໂປ​ເມື່ອ10​ປີ​ກ່ອນ​ຂຶ້ນ​ເປັນ15​ຕື້800​ລ້ານ​ໂດ​ລາ​ສິງກະ​ໂປ​ໃນ​ປີ2012ຜ່ານມາ.