ຈັດງານ​ສຳ​ມະ​ນາ​ຄວາມ​ປອດ​ໄພ​ດ້ານ​ອິນ​​ເຕີເນັດ​ປີ2013​ຂອງARFຢູ່​ນະຄອນຫຼວງ​ປັກ​ກິ່ງ

(GMT+08:00) 2013-09-11 16:32:41     cri
ງານ​ສຳ​ມະ​ນາ​ຄວາມ​ປອດ​ໄພ​ດ້ານ​ອິນ​​ເຕີເນັດ​ປີ2013​ຂອງ​ເວທີ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາຊຽນຫຼືARF​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 11 ກັນຍາ​ນີ້​ທີ່​ນະຄອນຫຼວງ​ປັກ​ກິ່ງ ​ໂດຍ​ມີຜູ້​ແທນ​ຈາກ20ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ທີ່​ເປັນ​ສະມາຊິກຂອງARF, ຫ້ອງການ​ບັນຫາ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ​ອົງການ​ສະຫະ​ປະຊາ​ຊາດ, ສະພາ​ຄວາມ​ໝັ້ນຄົງ​ອາຊີ​ປາຊີ​ຟິກ​ໄດ້​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ໃນ​ຄັ້ງ​ນີ້​ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້ARF​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ດີ​ໃນ​ການ​ສົນທະນາ​​ແລະ​ການ​ຮ່ວມ​ມື​ດ້ານບັນຫາ​ອິນ​ເຕີ​ເນັດ.

ຈີນ​ແລະ​ມະ​ເລ​ເຊຍ​ໄດ້​ຮ່ວມ​​ກັນ​ເປັນ​ເຈົ້າພາບ​ຈັດ​ງານ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້​ພາຍ​ໃຕ້​ຫົວ​ຂໍ້ "ງານ​ສຳ​ມະ​ນາ​ເພີ່ມ​ທະວີ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ​ຂອງARF---​ແງ່​ມຸມ​ດ້ານກົດໝາຍ​ແລະ​ວັດທະນະທຳ​", ຊຶ່ງ​ໃນ​ນັ້ນ​ມີ​ຫົວ​ຂໍ້​ປຶກສາ​ຫາລື 5 ຂໍ້​ຄື, ສະພາບ​ການ​ພັດທະນາ​ຫຼ້າ​ສຸດ​ໃນ​ການ​ປະຕິບັດ​ຕົວ​ຈິງ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ, ການ​ສ້າງ​ຄວາມ​ສາມາດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ, ຂອບ​ເຂດ​ວັດທະນະທຳ​ຂອງ​ຄວາມ​ປອດ​ໄພ​ດ້ານອິນ​ເຕີ​ເນັດ, ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ເພື່ອ​ຕໍ່ຕ້ານ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ແລະ​ບົດບາດ​ຂອງ​ປະ​ເທດ​ໜຶ່ງຢູ່​ໃນ​ອິນ​ເຕີ​ເນັດ.

ງານ​ສຳ​ມະ​ນາ​ຄັ້ງ​ນີ້​ຈະ​ດຳເນີນ​ເປັນ​ເວລາ2​ວັນ, ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຈີນ​ເປັນ​ເຈົ້າພາບ​ຈັດ​ງານ​ສຳ​ມະ​ນາ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ​ພາຍ​ໃຕ້​ຂອບ​ເວທີ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາ​ຊຽນ.