ໄທ​ມີ​ແຜນ​ຈະ​ປັບ​ຫຼຸດ​ພາສີ​ນຳ​ເຂົ້າ​ສິນຄ້າ​ຟຸມ​ເຟືອຍ

(GMT+08:00) 2013-09-11 16:52:38     cri
ສື່​ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 10 ກັນຍາ​ນີ້​ວ່າ, ກະຊວງ​ການ​ເງິນ​ໄທ​ມີ​ແຜນ​ຈະ​ປັບ​ຫຼຸດ​ພາສີ​ນຳ​ເຂົ້າ​ສິນຄ້າ​ຟຸມ​ເຟືອຍ​ບາງ​ຊະນິດ​ຢ່າງ​ຫຼວງ​ຫຼາຍ​ຄື ຈະ​ຫຼຸດ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ສິນ​ຄ້າ​ຟຸມ​ເຟືອຍ​ບາງ​ຊະນິດ​ຈາກ​ປະມານ 30% ທີ່​ປະຕິບັດ​ໃນ​ປະຈຸ​ບັນ ​ໃຫ້​ເຫຼືອ​ພຽງ 5%, ຈົນ​ກະທັ້ງອາດຈະ​ຍົກ​ເວັ້ນພາສີທັງ​ໝົດ​ກໍ່​ເປັນ​ໄປ​ໄດ້,​ເພື່ອ​ເຮັດ​ໃຫ້​ໄທ​ກາຍ​ເປັນ​ສູນ​ບໍລິ​ໂພ​ກ​ດ້ານການ​ຊື້​​ເຄື່ອງ​ໃນພາກ​ພື້ນ​ແຫ່ງ​ນີ້,​ເພື່ອ​ດຶງດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ.

ຂໍ້ສະ​ເໜີ​ດັ່ງກ່າວ​ນີ້​ໄດ້​ຮັບ​ຄວາ​ມຊົມ​ເຊີຍຈາກ​ຜູ້​ປະກອບ​ການທ່ອງທ່ຽວ​ແລະ​ນັກທຸລະກິດ​ນຳ​ເຂົ້າ​ສິນຄ້າ. ທ່ານ​ນາງພອນ​ທິວາ ນາຄາ​ໄສ ຮອງ​ປະທານ​ສະພາ​ທຸລະ​ກິດ​ການທ່ອງທ່ຽວ​ໄທ​ກ່າວ​ວ່າ, ການ​ບໍລິ​ໂພ​ກ​ດ້ານ​ການ​ຊື້​​ເຄື່ອງ​ເປັນ​ພາກສ່ວນ​ສຳຄັນ​ຂອງ​ການທ່ອງທ່ຽວ. ພາສີ​ນຳ​ເຂົ້າ​ສິນຄ້າ​ຟຸມ​ເຟືອຍ​ໄດ້​ຫຼຸດ​ລົງ​ຈະ​ກາຍ​ເປັນ​ຈຸດ​ເດັ່ນ​ໃໝ່​ໃນ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ນັກ​ທ່ອງ​ທ່ຽວ​ໃນ​ການ​ເດີນທາງ​ໄປ​ທ່ຽວ​ປະ​ເທດ​ໄທ.

ແຫຼ່ງຂ່າວ​ຈາກ​ກະຊວງ​ການ​ເງິນ​ຂອງ​ໄທ​ໃຫ້​ຮູ້​ວ່າ, ການ​ປັບ​ຫຼຸດ​ພາສີສິນຄ້າ​ຟຸມ​ເຟືອຍ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ໄທ​ເສຍ​ລາຍ​ຮັບ​ຈາກ​ການ​ເກັບ​ພາ​ສີ​ປະມານ100​ລ້ານ​ບາດ​ຫຼື​ປະມານ3​ລ້ານ1​​ແສນ1​ໝື່ນ​ໂດ​ລາ. ​ແຕ່​ວ່າ​ຂຸມ​ລາຍ​ໄດ້​ດັ່ງ​ກ່າວ​ນີ້​ຈະ​ສາມາດ​ໄດ້​ຮັບ​ການ​ທົດ​ແທນ​ຈາກ​ລາຍ​ຮັບ​ທີ່​ໄດ້​ມາ​ຈາກ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເພີ່ມ​ຫຼາຍ​ຂຶ້ນ.ນອກ​ນີ້, ຄາດ​ວ່າ,ນະ​ໂຍບາຍ​ດັ່ງກ່າວ​ນີ້​ຈະ​ສາມາດ​ກະ​ຕຸ້ນ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ໄທ​ຢ່າງ​ມີ​ປະສິດທິ​ຜົນ.